ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບເອກອັກຄະລັດຖະທູດ
ແຫ່ງ ສປປ ເກົາຫຼີຄົນໃໝ່ປະຈຳ ສປປ ລາວເຂົ້າຢ້ຽມຂ່ຳນັບ

     ຕອນບ່າຍວັນທີ 27 ກັນຍາ 2018 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ລີ ຢົງ ຊົນ (Ri Yong Chol) ເຂົ້າຢ້ຽມຂໍ່ານັບໃນໂອກາດ
ທີ່ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ຄົນໃໝ່ປະຈຳສປປ ລາວ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີຄົນໃໝ່ປະຈຳ ສປປ ລາວເຂົ້າຢ້ຽມຂ່ຳນັບ

     ສະຫາຍ ລີ ຢົງ ຊົນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ມີຄວາມຮູ້
ສຶກ ເປັນກຽດຢ່າງຍິ່ງທີ່ໄດ້ຮັບການແຕ່ງຕັ້ງມາປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ແລະ ຕີລາຄາສູງຕໍ່ສາຍພົວ
ພັນຮ່ວມມືທີ່ມີມູນເຊື້ອລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ສປປ ເກົາຫຼີ-ສປປ ລາວ ໃນຕະຫຼອດໄລຍະຜ່ານມາ. ພ້ອມ
ທັງໃຫ້ຄວາມໝັ້ນໝາຍວ່າຈະສຸມສຸດຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ
ຫວ່າງສອງຊາດ ທີ່ປະທານ ກິມອິນຊຸງ ແລະ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງຂຶ້ນນັ້ນໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ເພື່ອຜົນປະ
ໂຫຍດລວມຂອງສອງປະເທດ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.

     ໂອກາດນີ້, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງ ແລະ ພະນັກງານ-ນັກຮົບໃນທົ່ວກອງທັບປະຊາຊົນລາວສະ
ແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ສະຫາຍ ລີ ຢົງ ຊົນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່
ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສະຫາຍຈະສືບຕໍ່ເຄື່ອນໄຫວຊຸກຍູ້ໃນການເສີມຂະ ຫຍາຍ ແລະ ຮັດ
ແໜ້ນສາຍພົວພັນທາງການທູດ ກໍຄືການຮ່ວມມືໃນດ້ານຕ່າງໆຂອງສອງປະເທດ ສປປ ລາວ-ສປປ ເກົາຫຼີ ໃຫ້ແໜ້ນແຟ້ນ ແລະ ນໍາເອົາຜົນປະໂຫຍດ
ຕົວຈິງມາສູ່ປະຊາຊົນທັງສອງຊາດ.