ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມທາງໄກລະຫວ່າງສອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ


     ໃນວັນທີ 25 ກັນຍາ 2020 ທີ່ຫ້ອງປະຊຸມ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວໄດ້ຈັດກອງປະຊຸມທາງໄກລະຫວ່າງສອງ ກະຊວງປ້ອງກັນປະ
ເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ
ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ອົດສະຕຣາລີ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

     ບັນຍາກາດກອງປະຊຸມລະຫວ່າງສອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງສະພາບກ່ຽວກັບການສະກັດກັ້ນ ພະຍາດໂຄ
ວິດ-19 ຢູ່ພາຍໃນປະເທດຂອງຕົນໃຫ້ກັນ ແລະ ກັນຊາບ ແລະ ໃນໂອກາດດຽວກັນນີ້ທັງສອງຝ່າຍໄດ້ປຶກສາຫາລືບົດບັນທຶກຄວາມເຂົ້າໃຈດ້ານວຽກ
ການກໍ່ສ້າງພະນັກງານພາສາອັງກິດ ເພື່ອຍົກລະດັບຂອບເຂດການຮ່ວມມືລະຫວ່າງສອງກອງທັບ ລາວ-ອົດສະຕຣາລີ ໃຫ້ດີຂຶ້ນ, ທັງສອງກະຊວງມີຄວາມ
ຍິນດີຮ່ວມກັນຄົ້ນຄວ້າການສ້າງຕັ້ງ ຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດອົດສະຕຣາລີ ປະຈໍາ ລາວ ແລະ ຫ້ອງການທູດຝ່າຍ ປ້ອງກັນຊາດລາວ ປະຈຳ
ອົດສະຕຣາລີ ໃນຕໍ່ໜ້າ. ພ້ອມນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ຕອບຮັບຄໍາເຊີນຂອງ ທ່ານ ນາງ
ລິນດາ ເຣນໍ ລັດຖະມົນຕີປ້ອງກັນຊາດ ແຫ່ງ ອົດສະຕຣາລີ ໃນການຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໃນປີ 2021.

     ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລືກ່ຽວກັບການຖອດຖອນບົດຮຽນສອງຝ່າຍ ແລະ ຝ່າຍ ກອງທັບປະຊາຊົນລາວ ຍິນດີສົ່ງ ຄະນະຜູ້ແທນເຫຼົ່າຮົບເສ
ນາຮັກ ໄປຢ້ຽມຢາມຖອນຖອນບົດຮຽນຢູ່ສະຖາບັນ ມາເລເລຍ ແລະ ສະຖາບັນກ່ຽວກັບພະຍາດຕິດແປດທີ່ຂຶ້ນກັບ ກະຊວງປ້ອງກັນປະເທດ ຂອງ ອົດສະ
ຕຣາລີ ຕາມການເຊື້ອເຊີນຂອງຝ່າຍ ອົດສະຕຣາລີ.

     ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈທີ່ທາງ ລັດຖະບານກໍຄື ກະຊວງ
ປ້ອງກັນປະເທດ ອົດສະຕຣາລີ ສືບຕໍ່ໃຫ້ທຶນການສຶກສາ ແລະ ເຝິກອົບຮົບດ້ານ ພາສາອັງກິດ ໃຫ້ນາຍທະຫານ ກອງທັບປະຊາຊົນລາວໃນ ໄລຍະຜ່ານມາ
ເຫັນວ່າຂະແໜງການ ພາສາອັງກິດ ສາມາດຕອບສະໜອງໄດ້ຕໍ່ໜ້າທີ່ວິຊາສະເພາະການພົວພັນຮ່ວມມື.

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍຕໍ່ ກະຊວງປ້ອກັນປະເທດ ອົດສະຕຣາລີ ທີ່ມີຄວາມມຸ່ງໝັ້ນປະກອບສ່ວນເຂົ້າ
ໃນວຽກງານການຮ່ວມມືອາຊຽນເຊັ່ນ: ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ຂອງ ອົດສະຕຣາລີ ແລະ ຂົງເຂດວຽກງານອື່ນໆ. ເຊິ່ງ
ນີ້ມັນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ອົດສະຕຣາລີ ໃນການເສີມຂະຫຍາຍການພົວພັນຮ່ວມກັບອາຊຽນ.

     ຕອນທ້າຍຂອງກອງປະຊຸມ, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ ສະແດງຄວາມຄວາມຂອບໃຈທີ່ ລັດຖະບານ ກໍຄື ກະ
ຊວງປ້ອງກັນປະເທດ ອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນແລະ ປະກອບສ່ວນທີ່ ສປປ ລາວ ເປັນປະທານ ຮ່ວມຂົງເຂດວຽກງານການເກັບກູ້ລະເບີດ
ເພື່ອມະນຸດສະທໍາ ແລະ ກອງປະຊຸມອື່ນໆ ຈົນບັນລຸເປົ້າໝາຍຕະຫຼອດມາເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ ມີບາດກ້າວອັນ