ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເສີມສ້າງຂີດຄວາມສາມາດ ແລະ ຄວາມຮູ້ດ້ານວິຊາການ
ໃຫ້ກັບເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ

     ກອງປະຊຸມສຳມະນາເຄືອຂ່າຍສະຖາບັນປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້, ໂດຍ
ການເປັນປະທານຂອງ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບປະຊາຊົນລາວ ມີບັນດາຄະນະຜູ້ແທນ
ຈາກສະຖາບັນປ້ອງກັນຊາດ ແລະຄວາມໝັ້ນຄົງຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

                                 
                                             ພັນເອກ ສຸລິວັນ ແສງຈັນ ເປັນປະທານກອງປະຊຸມສຳມະນາເຄືອຂ່າຍສະຖາບັນປ້ອງກັນຊາດແລະຄວາມໝັ້ນຄົງອາຊຽນ

     ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າກອງປະຊຸມແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແລກປ່ຽນບົດຮຽນ, ປະສົບການ ແລະທັດສະນະທີ່ດີ
ນຳກັນ. ເອົາໃຈໃສ່ສຸມທຸກເຫື່ອແຮງ ແລະສະຕິປັນຍາເຂົ້າໃນການຄົ້ນ ຄວ້າປຶກສາຫາລືບັນຫາຕ່າງໆຢ່າງກົງໄປກົງມາ. ເປັນຕົ້ນແມ່ນແນວຄວາມຄິດຕ່າງໆ
ກ່ຽວກັບການເສີມສ້າງສູນຮັບມືໄພພິບັດແຫ່ງຊາດ ເພື່ອເສີມສ້າງຂີດຄວາມສາມາດ ແລະຄວາມຮູ້ທາງດ້ານວິຊາການ. ສຳລັບກອງທັບປະຊາຊົນລາວຂອງ
ພວກເຮົາຜ່ານການທີ່ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະທີ່ຜ່ານມາກໍສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນການເພີ່ມທະວີ
ຂີດຄວາມສາມາດ ແລະປະສົບການໃນການຮັບມືກັບໄພພິບັດຕ່າງໆທີ່ອາດຈະເກີດຂຶ້ນໃນອານາຄົດ. ອີກດ້ານໜຶ່ງກໍຍັງເປັນການພັດທະນາທາງດ້ານວິຊາ
ການໃຫ້ແກ່ບຸກຄະລາກອນ ແລະຄວາມອາດສາມາດໃນການກຽມພ້ອມຮັບມືກັບໄພຂົ່ມຂູ່ ແລະສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນທີ່ຈະສົ່ງຜົນກະທົບຕໍ່
ຄວາມໝັ້ນຄົງຂອງລາວເຮົາ ກໍຄືປະເທດສະມາຊິກອາຊຽນໃນຕໍ່ໜ້າ ແລະຍາວນານ.

     ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບບັນຫາອື່ນໆທີ່ກ່ຽວຂ້ອງກັບກິດຈະກຳການຮ່ວມມືຂອງນາດີ(NADI) ເຊິ່ງໝາກຜົນຂອງການປຶກສາຫາລືໃນ
ການປະຊຸມຄັ້ງນີ້ຈະເປັນພື້ນຖານອັນສຳຄັນໃຫ້ແກ່ການພົວພັນຮ່ວມມືໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ເວົ້າລວມ, ເວົ້າສະ
ເພາະແມ່ນທິດທາງແຜນການຮ່ວມມືຂອງນາດີໃນຕໍ່ໜ້າ.