ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ເປີດຊຸດອົບຮົມ
ວຽກງານການເມືອງ-ແນວຄິດ ຊຸດທີ I ປະຈຳປີ 2016

     ຫ້ອງວ່າການກະຊວງປ້ອງກັນປະເທດ ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດ ຊຸດທີ I ປະຈຳປີ 2016 ຂຶ້ນ ໃນຕອນເຊົ້າຂອງວັນທີ 24 ຕຸລານີ້,
ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຄະນະພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະ
ນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການອ້ອມຂ້າງຫ້ອງວ່າການກະຊວງເຂົ້າຮ່ວມ.

                                 
                                             ພົນຈັດຕະວາ ຄຳສີ ວົງຄຳຊາວ ເປັນປະທານເປີດຊຸດອົບຮົມວຽກງານການເມືອງ-ແນວຄິດຊຸດທີ I ປະຈຳປີ 2016

     ຈຸດປະສົງໃນການຈັດຕັ້ງອົບຮົມວຽກງານການເມືອງ-ແນວຄິດໃນຄັ້ງນີ້ ກໍເພື່ອເປັນການປັບປຸງຍົກສູງວຽກງານສຶກສາອົບຮົມການເມືອງ-ແນວຄິດເຮັດ
ໃຫ້ພະນັກງານ-ນັກຮົບໃນທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ, ເຊີດຊູໄດ້ຄວາມຈົ່ງຮັກພັກດີ, ບໍລິສຸດຊື່ສັດຕໍ່ຊາດ, ຕໍ່ພັກ, ຕໍ່ການປະຕິວັດຂອງກອງ
ທັບ ແລະປະຊາຊົນ, ເສີມຂະຫຍາຍໄດ້ມູນເຊື້ອອັນດີງາມຂອງກອງທັບ, ຍົກສູງນ້ຳໃຈຮັກຊາດອັນສູງສົ່ງ, ເຊື່ອໝັ້ນຢ່າງຕາຍໃຈຕໍ່ເສັ້ນທາງກ້າວເດີນຂອງ
ປະເທດຊາດກໍ່ຄືອຸດົມການສັງຄົມນິຍົມຂອງພັກ ແລະປະຊາຊົນເລືອກເອົາໄວ້ທັງເປັນການເຮັດໃຫ້ສະພາບແນວຄິດຂອງພະນັກງານ-ນັກຮົບມີຄວາມສະ
ຫງົບໜັກແໜ້ນ ມີສະຕິລະວັງຕົວສູງຕໍ່ທຸກກົນອຸບາຍລາຍລ່ຽມຂອງສັດຕູ, ເອົາໃຈໃສ່ສະກັດກັ້ນ ແລະແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນໃຫ້ໝົດ
ໄປເທື່ອລະກ້າວ.

     ເອກະສານທີ່ນຳມາຄົ້ນຄວ້າເຊື່ອມຊຶມກ່ຽວກັບວຽກງານແນວຄິດ-ການເມືອງໃນຄັ້ງນີ້ປະກອບມີ 10 ເອກະສານຄື: ເອກະສານຄວາມຮູ້ພື້ນຖານກ່ຽວ
ກັບລັດທິມາກ-ເລນິນ, ເອກະສານຄຸນທາດການເມືອງຂອງສະມາຊິກພັກເອກະສານຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ເອກະສານຄຸນສົມບັດ
ສິນທຳປະຕິວັດຂອງສະມາຊິກພັກເອກະສານສະມາຊິກພັກຕ້ອງຕ້ານຫຍັງເພື່ອສືບຕໍ່ເຮັດລ້ອນໜ້າທີ່ການເມືອງຂອງຕົນ, ເອກະສານວຽກງານພັກ-ວຽກ
ງານການເມືອງໃນການກຽມພ້ອມສູ້ຮົບ, ເອກະສານວຽກງານພັກ-ວຽກງານການເມືອງໃນການປັບປຸງລະບຽບວິໄນຢູ່ກົມກອງຮາກຖານ, ເອກະສານວຽກ
ງານພັກ-ວຽກງານການເມືອງໃນການເບິ່ງແຍງຊີວິດການເປັນຢູ່ຂອງນາຍ ແລະພົນທະຫານ, ເອກະສານການຜັນຂະຫຍາຍ ແລະການຈັດຕັ້ງປະຕິບັດແນວ
ທາງມະຕິຂອງພັກ ແລະເອກະສານວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງເຊິ່ງຈະໄດ້ດຳເນີນໄປເປັນເວລາ 5 ວັນ,
ແຕ່ວັນທີ 24-28/10/2016.