ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດວາງສະແດງຮູບພາບລະນຶກວັນມູນເຊື້ອ ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ


     ໃນວັນທີ 25 ຕຸລາ ນີ້, ຢູ່ທີ່ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໄດ້ເປີດວາງສະແດງຮູບພາບ ໃນໂອກາດລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວ
ຊານ ຫວຽດນາມ ໃນພາລະກິດປະຕິວັດຂອງປະຊາຊົນລາວ ບັນດາເຜົ່າຄົບຮອບ 70 ປີ (30/10/ 1949-30/10/2019) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຫງຽນ
ບ໋າ ຮຸ່ງ ເອກອັກຄະລາຖະທູດ ສສ ຫວຽດນາມ, ມີຄະນະນຳ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ຫ້ອງວ່າການກະຊວງ, ແຂກທີ່ຖືກເຊີນ
ຄະນະພັກ-ຄະນະບັນຊາ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້ກ່າວໃນພິທີ
ວ່າ: ການຈັດຕັ້ງງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ໃນພາລະກິດປະຕິວັດຂອງ ປະຊາຊົນລາວ ບັນດາເຜົ່າຄັ້ງ
ນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງນອກຈາກເປັນການລະນຶກ, ຫວນຄືນ, ທົບທວນຈົດຈໍາ ເຖິງຜົນງານ, ມູນເຊື້ອຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ
ທີ່ໄດ້ມາເຄື່ອນໄຫວປະຕິບັດໜ້າທີ່ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວບັນດາເຜົ່າແລ້ວ, ຍັງເປັນການໂຄສະນາສຶກສາອົບຮົມວັນປະຫວັດສາດ, ມູນເຊື້ອ
ແຫ່ງການຮ່ວມສໍາພັນສູ້ຮົບລະຫວ່າງ ກອງທັບລາວ-ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມຣິກາ ຜູ້ຮຸກຮານໃຫ້ນາຍ ແລະ ພົນທະ
ຫານໃນທົ່ວກອງທັບປະຊາຊົນລາວ ແລະ ທຸກຊັ້ນຄົນທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ຄວາມໝາຍສໍາຄັນ, ນໍ້າໃຈສາກົນກໍາມະຊີບອັນບໍລິສຸດຜຸດຜ່ອງຂອງເພື່ອນມິດ
ຍຸດທະສາດ ແລະ ສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີຮ່ວມສ້າງສໍາພັນສູ້ຮົບພິເສດ ລະຫວ່າງກອງທັບປະຊາຊົນລາວ ແລະ ກັບກອງທັບປະຊາຊົນ ຫວຽດນາມ, ປະກອບ
ສ່ວນໂດຍກົງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ ນັບມື້ມີຄວາມແໜ້ນແຟ້ນໝັ້ນຄົງທະນົງແກ່ນ
ແລະ ຂະຫຍາຍຕົວຍິ່ງຂຶ້ນ.

     ວັນທີ 30/10/1949 ໄດ້ກາຍເປັນວັນແຫ່ງມູນເຊື້ອຂອງທະຫານອາສາສະໝັກ ແລະ ຊຽວຊານຫວຽດນາມ ຢູ່ລາວ ແລະ ນັບແຕ່ນັ້ນມາການຮ່ວມສໍາພັນສູ້ຮົບຕ້ານ
ສັດຕູໂຕດຽວຂອງສອງຊາດ ຈຶ່ງໄດ້ກາຍເປັນຂີດໝາຍຮັດແໜ້ນຄວາມສາມັກຄີ ຂອງສອງຊາດ ລາວ-ຫວຽດນາມ, ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງ
ສາພັດທະປະເທດຊາດ ບັນດາກອງກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ວິລະຊົນອ້າຍນ້ອງໄດ້ຄຽງບ່າ, ຄຽງໄຫຼ່, ຮ່ວມສຸກຮ່ວມທຸກ, ຮ່ວມຂຸ້ມຄອງສູ້ຮົບ ອັນ
​ດຽວກັນກັບ ກອງທັບປະຊາຊົນລາວ ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ເຕັມໄປດ້ວຍການເສຍສະຫຼະທັງຊີວິດ ແລະ ເລືອດເນື້ອເພື່ອແລກເອົາຄວາມເປັນເອກະລາດ, ອິດ
ສາລະພາບມາໃຫ້ຊາດລາວເຮົາ ຈົນກາຍເປັນມູນເຊື້ອ​ແຫ່ງຄວາມສາມັກຄີຮ່ວມສໍາພັນສູ້ຮົບພິເສດລະຫວ່າງສອງກອງທັບ ລາວ-ຫວຽດນາມ ໄວ້ຊົ່ວຟ້າກາລະນານ.