ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນແມ່ຍິງ ກົມໃຫຍ່ເຕັກນິກກອງທັບເຜີຍແຜ່ເຊື່ອມຊຶມມະຕິ
ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII


ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ວັນທີ 22 ຕຸລາ 2020 ນີ້, ສະຫະພັນແມ່ຍິງ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງ
ທີ VIII ໂດຍການເປັນປະທານຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເຕັກນິກກອງ
ທັບ, ມີຄະນະກົມ 6 ກົມ, 3 ຫ້ອງ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ, ພະແນກການ, ພະນັກງານຫຼັກແຫຼ່ງຕະຫຼອດຮອດສະມາຊິກສະຫະພັນແມ່
ຍິງ ທົ່ວກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມ.

     ການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານກ່ຽວກັບມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກ
ງານ-ສະມາຊິກສະຫະພັນແມ່ຍິງ ທົ່ວກົມໃຫຍ່ເຕັກນິກກອງທັບ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈ ແຕ່ລະເນື້ອ​ໃນ ຂອງມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ
ທົ່ວກອງທັບ ຄັ້ງທີ VIII ທີ່ວາງອອກ, ເພື່ອພ້ອມກັນເຊີດຊູຄວາມເປັນແບບຢ່າງນໍາໜ້າທີ່ດີໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ເຂົ້າ
ຮ່ວມຢ່າງຕັ້ງໜ້າໃນການຈັດຕັ້ງມະຕິກອງປະຊຸມ, ຄວາມເປັນເອກະພາບໃນການຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ, ຮັບຮອງເອົາເນື້ອໃນບົດລາຍງານການ
ເມືອງຂອງສະຫະພັນແມ່ຍິງທົ່ວກອງທັບ, ໂດຍສະຫຼຸບຕີລາຄາຢ່າງພາວະວິໄສຕໍ່ຜົນງານການເຄື່ອນໄຫວຂອງຄະນະນໍາແມ່ຍິງ, ສະມາຊິກສະຫະພັນແມ່ຍິງ
ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ, ໃນ 8 ແຜນງານ 29 ໂຄງການພັດທະນາແມ່ຍິງຂອງກອງທັບ, ເຊິ່ງໄດ້ຕິດພັນກັບການປະກອບສ່ວນໃນ
ການຈັດຕັ້ງປະຕິບັດ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ, ພ້ອມນີ້, ຍັງໃຫ້ຮູ້ເຖິງເນື້ອໃນບົດສະຫຼຸບຂອງການຈັດ
ຕັ້ງ ປະຕິບັດແຜນພັດທະນາສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໃນໄລຍະ 5 ປີຜ່ານມາ ແລະ ແຜນພັດທະນາໃນ 5 ປີ ຕໍ່ໜ້າ ເຊິ່ງ ລວມມີ 4 ຄາດ
ໝາຍສູ້ຊົນ ແລະ 4 ທິດທາງລວມ, ເຊິ່ງເປັນການວາງມາດຕະການ ແລະ ວິທີຈັດຕັ້ງປະຕິບັດເພື່ອເຮັດສໍາເລັດໜ້າທີ່ວຽກງານໃນຊຸມປີຕໍ່ໜ້າໃຫ້ບັນລຸໄດ້
ຕາມຄາດໝາຍທີ່ວາງໄວ້, ໃນໂອກາດດຽວກັນນີ້ຍັງໄດ້ເຜີຍແຜ່ເຊື່ອມຊຶມເນື້ອໃນບົດຄໍາເຫັນໂອ້ລົມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການ
ສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງ ລາວ, ບົດຄໍາເຫັນຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ
ຮອງລັດຖະມົນຕີ ກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ຕໍ່ກອງປະຊຸມ ດັ່ງກ່າວເພື່ອເປັນເຂັມທິດເຍືອງ ທາງໃຫ້ແກ່ສະຫະພັນ
ແມ່ຍິງ ທົ່ວກົມໃຫຍ່ເຕັກນິກກອງທັບ, ໄດ້ນໍາເອົາໄປຈັດຕັ້ງຜັນຂະຫຍາຍ ໃນການຈັດຕັ້ງປະຕິບັດໜ້າທີ ວຽກງານຂອງຕົນ ໃຫ້ເກີດດອກອອກຜົນ ແລະ
ເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ເພື່ອເສີມຂະຫຍາຍມູນເຊື້ອແມ່ຍິງ ລາວໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.