ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານປະທານປະເທດລົງຢ້ຽມຢາມນາຍ ແລະ ພົນທະຫານກອງພັນໃຫຍ່ 11

     ວັນທີ 27 ພະຈິກ 2017 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນ
ໄຫວຢ້ຽມຢາມນາຍ ແລະ ພົນທະຫານຢູ່ກອງພັນໃຫຍ່ 11, ເຊິ່ງໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ
ພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາພະນັກງານຫຼັກ ແຫຼ່ງກອງພັນໃຫຍ່ 11
ກອງທັບປະຊາຊົນລາວ.


ທ່ານ ບຸນຍັງ ວໍລະຈິດ ລົງເຄື່ອນໄຫວຢ້ຽມຢາມນາຍ ແລະ ພົນທະຫານຢູ່ ກອງພັນໃຫຍ່ 11

     ໃນໂອກາດດັ່ງກ່າວນີ້, ທ່ານ ປະທານປະເທດ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຂອງກົມກອງກ່ຽວກັບທີ່ຕັ້ງພາລະບົດບາດ ແລະ
ໜ້າທີ່ການເມືອງ, ຈາກ ພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 11, ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດ
ສຸມຂອງກົມກອງໂດຍສະເພາະແມ່ນຂົງເຂດວຽກງານການເມືອງ, ວຽກງານພັກ-ພະນັກງານ ໄດ້ພ້ອມກັນຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ
10 ຂອງພັກ, ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກະຊວງປ້ອງກັນປະເທດ, ໄດ້ຖືສຳຄັນວຽກງານກໍ່ສ້າງຮາກຖານການເມືອງກັບປະຊາຊົນທີ່
ກົມກອງຕັ້ງທັບໃຫ້ມີຄວາມສະຫງົບໜັກແໜ້ນເຂັ້ມແຂງ, ຖືເອົາແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເປັນໄມ້ຫຼາ
ວັດແທກຄຸນນະພາບຂອງພະນັກງານນັກຮົບ, ໃນໂອກາດນີ້ ທ່ານ ປະທານປະເທດ ຍັງໄດ້ລົງພົບປະໂອ້ລົມພະນັກງານ-ນັກຮົບທີ່ກຳລັງເຝິກແອບຮ່ຳຮຽນ
ສິລະປະຍຸດ-ຍຸດທະວິທີ ແລະ ຍັງໄດ້ລົງເບິ່ງການປູກພືດຜັກສວນຄົວບາງກົມກອງຈຳນວນໜຶ່ງ ໂດຍລວມແລ້ວເຫັນວ່າແຕ່ລະກົມກອງສາມາດເພິ່ງຕົນ
ເອງທາງສະບຽງອາຫານ.

     ໂອກາດດຽວກັນນີ້, ທ່ານ ປະທານປະເທດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ນາຍ ແລະ ພົນທະຫານ ເພື່ອຊີ້ທິດເຍືອງທາງໃຫ້ຄະນະພັກ-ຄະນະນຳກອງທັບ ກໍ
ຄືຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11, ເຊິ່ງໄດ້ເນັ້ນໜັກໃຫ້ຮັກສາມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ພ້ອມກັນເອົາໃຈໃສ່ຕໍ່ວຽກ
ງານສຶກສາອົບຮົມການເມືອງນຳພາແນວຄິດຖືເອົາວຽກງານດັ່ງກ່າວເປັນສຳຄັນ ພ້ອມທັງຈັດຕັ້ງສຶກສາອົບຮົມໃຫ້ທົ່ວເຖິງ, ເຮັດໃຫ້ເປັນລະບົບຕໍ່ເນື່ອງນຳ
ເອົາລະບຽບກົດໝາຍເປັນຫຼັກ, ຕິດພັນກັບພຶດຕິກຳຕົວຈິງ, ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມພະນັກງານ-ນັກຮົບໃຫ້ມີ
ສະຕິລະວັງຕົວກຽມພ້ອມຮັບຄຳສັ່ງປະຕິບັດໜ້າທີ່ຢູ່ທຸກເວລາ, ຕັດສິນໃຈເຮັດສຳເລັດໜ້າທີ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດ 
ໝາຍ, ຕາມຂອບເຂດທີ່ກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ.