ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ຂະບວນການດ້ານຕ່າງໆຢູ່ກອງຮ້ອຍ 215

   ໃນວັນທີ 23 ພະຈິກ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິ
ການກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເພື່ອຊຸກຍູ້ປຸກລະດົມຂະບວນການດ້ານຕ່າງໆໃນໂອກາດຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 70 ປີ ຢູ່ກອງຮ້ອຍ 215 ທະຫານຊາຍແດນ ໂດຍໄດ້ຮັບການຕ້ອນຮັບຈາກ ພັນຕີ ໄຊປະເສີດ ຄຳດາວເຮືອງ ຫົວໜ້າການເມືອງກອງຮ້ອຍດັ່ງກ່າວ ພ້ອມ
ດ້ວຍຄະນະ.


ພົນໂທ ສຸວອນ ເລືອງບຸນມີ ລົງເຄື່ອນໄຫວຊຸກຍູ້ປຸກລະດົມຂະບວນການດ້ານຕ່າງໆຢູ່ກອງຮ້ອຍ 215 ທະຫານຊາຍແດນ

   ໂອກາດນີ້, ພັນຕີ ໄຊປະເສີດ ດາວຄຳເຮືອງ ໄດ້ລາຍງານສະພາບການ ແລະ ວຽກງານຂອງກົມກອງປິ່ນອ້ອມການຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ
ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງກົມກອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງຢ່າງເປັນປົກ
ກະຕິດີ, ພະນັກງານ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໜັ້ນຕໍ່ການນຳພາຂອງພັກ-ກົດໝາຍຂອງລັດ, ຮູ້ຈຳແນກໄດ້ມິດສະຕູ, ມີສະຕິກຽມພ້ອມສູ້ຮົບຕະຫຼອດເວລາ,
ເມື່ອມີຄຳສັ່ງມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງນອນ, ເອົາໃຈໃສ່ປົກປັກຮັກສາເຂດນ້ຳແດນດິນໃນການປ້ອງກັນຊາຍແດນລະຫວ່າງລາວ-ຫວຽດນາມ
ໃຫ້ມີຄວາມສະຫງົບ, ປ້ອງກັນໃນການໄປມາຫາສູ່ຂອງແຂກ ແລະ ຕິດຕາມການ ເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີທີ່ຈະເຂົ້າມາປັ່ນປ່ວນສ້າງຄວາມບ່ໍສະຫງົບຢູ່ຂອບ
ເຂດຊາຍແດນ, ພ້ອມທັງໄດ້ປະສານສົມທົບກັບກຳລັງ ປກສ-ປກຊ ອອກເຄື່ອນໄຫວຕິດຕາມສະພາບກຸ່ມເປົ້າໝາຍລັກລອບເຂົ້າເມືອງຜິດກົດໝາຍ, ນອກນີ້ຍັງສຶບຕໍ່ເອົາ
ໃຈໃສ່ຫັນລົງກໍ່ສ້າງຮາກຖານກັບອຳນາດການປົກຄອງທ້ອງຖິ່ນທີ່ມີການພົວພັນ ແລະ ປຸກລະດົມໂຄສະນາໃຫ້ບັນດາພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ວຽກງານປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບເຮັດໄດ້ບົດບາດວຽກງານປ້ອງກັນ ແລະ ສຶກສາອົບຮົມໃຫ້ເຂົ້າເຈົ້າໄດ້ມີສ່ວນຮ່ວມໃນວຽກງານດັ່ງກ່າວ ຕະຫຼອດໄລຍະທີ່ຜ່ານມາເຫັນ
ວ່າມີຄວາມສະຫງົບໂດຍພື້ນຖານຕາມຂອບເຂດຊາຍແດນຄວາມຮັບຜິດຊອບຂອງກົມກອງ.

   ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ-ນັກຮົບກອງຮ້ອຍດັ່ງກ່າວ ໂດຍທ່ານໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະ
ບັນຊາຈົ່ງກຳແໜ້ນສະພາບຂອງກຸ່ມຄົນທີ່ບໍ່ດີທີ່ເຂົ້າມາເຄື່ອນໄຫວສ້າງຄວາມບໍ່ສະຫງົບສຸກພາຍໃນທ້ອງຖິ່ນ ແລະ ຂອບເຂດຄວາມຮັບຜິດຊອບ, ເປັນເຈົ້າການສຶກສາອົບ
ຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປະຈຳຕໍ່ເນື່ອງ, ສ້າງໃຫ້ໄດ້ພະນັກ ງານຜູ້ທີ່ດີເດັ່ນ, ເພື່ອສ້າງເປັນພະນັກງານສືບທອດປ່ຽນແທນ, ເອົາໃຈໃສ່
ເຝິກແອບຮໍ່າຮຽນສິລະປະຍຸດ-ຍຸດທະວີທີວຽກງານວິຊາສະເພາະໃຫ້ມີຄວາມຊຳນິຊຳນານ ແລະ ພ້ອມກັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນບຸນສຳຄັນຕ່າງໆຂອງຊາດ,
ຂອງພັກ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະໝູນວຽນມາເຖິງໃນມໍ່ໆນີ້ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ແລະ ວັນສ້າງຕັ້ງເມືອງວຽງ
ໄຊ ຄົບຮອບ 50 ປີ ໃຫ້ມີຄວາມໝາຍເນື້ອໃນເລິກເຊິ່ງ.