ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຖອດຖອນບົດຮຽນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ທົ່ວປະເທດ ປະຈຳປີ 2019


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກົມສູ້ຮົບກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບທົ່ວປະເທດ ປະຈຳປີ 2019 ແລະ
ວາງທິດທາງແຜນການ ປີ 2020 ຂຶ້ນໃນ ວັນທີ 26 ພະຈິກ 2019 ນີ້,ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ,
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າ 4 ກົມໃຫ່ຍ, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງພົນ, ກອງພັນ
ໃຫຍ່, ຄະນະພັກ-ຄະນະບັນຊາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນເຂົ້າຮ່ວມ.

     ສະຫາຍ ພັນເອກ ພັນສາຍ ຂັນທະໄຊ ຮອງຫົວໜ້າ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານເຮັດໃຫ້ສະພາບມີຄວາມສະ
ຫງົບ ໃນໄລຍະ 1 ປີຜ່ານມາ. ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ເອົາໃຈໃສ່ສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ເພື່ອສຶກສາອົບຮົມການເມືອງ-ແນວຄິດ
ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຕື່ນຕົວໃນການຈັດຕິບັດລະບຽບກົດໝາຍບ້ານເມືອງ ປະສານສົມທົບກັບອຳນາດການປົກຄອງທ້ອງ
ຖິ່ນ ເພື່ອເຮັດໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ, ເອົາໃຈໃສ່ຕໍ່ວຽກງານກຽມພ້ອມສູ້ຮົບ ແລະ ຂົງເຂດຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບເປັນຢ່າງດີ, ຕິດ
ພັນກັບຮາກຖານປະຊາຊົນ, ກຳແໜ້ນສະພາບການເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ, ຊຸກຍູ້ກຳລັງ ກອງຫຼອນກຸ່ມບ້ານ ແລະ ປະຊາຊົນໃຫ້ເຂົາເຈົ້າ
ຮູ້ແຈ້ງຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຕາມແນວທາງນະໂຍບາຍຂອງພັກເຮົາ, ທັງປະຕິບັດໃຫ້ໄດ້ນຳ້ໃຈເພິ່ງຕົນເອງ, ກຸ້ມຕົນເອງ
ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມດຽວກັນແຕ່ລະກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ໄດ້ຜັດປ່ຽນກັນຂຶ້້ນປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນໃສ່ຂົງ
ເຂດວຽກງານຕ່າງໆ ຢ່າງມີຄວາມສ້າງສັນ ແລະ ມີພາວະວິໄສ, ຈາກນັ້ນຜູ້ແທນກອງປະຊຸມຍັງພ້ອມກັນປະກອບຄຳຄິດເຫັນໃສ່ເນື້ອໃນ ແຜນການເພື່ອເປັນບ່ອນອິງໃນ
ການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າ ໃຫ້ມີຄວາມຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບປອດໄພ100%.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ
ຜ່ານມາ. ພ້ອມນີ້ຍັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ກໍາແໜ້ນສະພາບ
ການຮອບດ້ານ, ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງກໍາລັງສ້າງໃຫ້ກົມກອງມີຄວາມເຂັ້ມແຂງ ແລະ ໜັກແໜ້ນເພື່ອສຸມໃສ່ວຽກງານແກ້ໄຂສະພາບໃຫ້ມີຄວາມສະຫງົບ
ໂດຍສະເພາະການຈັດຕັ້ງປະຕິບັດການ ປ້ອງກັນເວນຍາມຕາມເສັ້ນທາງ ແລະ ຂົງເຂດຮັບຜິດຊອບຂອງຕົນໃຫ້ມີຄວາມສະງຫງົບ ແລະ ສຸມໃສ່ວຽກງານກໍ່ສ້າງຮາກຖານ
ການເມືອງ ເປັນປົກະຕິ, ໂດຍປະສານສົມທົບແໜ້ນກັບກຳລັງ ປກສ, ອຳນາດການປົກຄອງທ້ອງຖິ່ນ, ເພື່ອສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງການເມືອງ
ຂອງພັກ-ລັດ ເປັນຕົ້ນປະຊາຊົນເຂດຫ່າງໄກສອກຫຼີກ, ກຳໃຫ້ໄດ້ການເຄື່ອນໄຫວຂອງກຸ່ມຄົນບໍ່ດີສ້າງແຜນການຄາດກະສະພາບ ທີ່ອາດຈະເກີດຂຶ້ນວ່ອງໄວ​ເພື່ອຕ້ານ ແລະ
ສະກັດກັ້ນແກ້ໄຂໃຫ້ທັນເວລາ, ເອົາໃຈໃສ່ໃນວຽກງານກໍ່ສ້າງພັກ, ກໍ່ສ້າງ ພະນັກງານ ແລະ ຖືເອົາວຽກງານຍົກລະດັບໃຫ້ພະນັກງານ-ນັກຮົບ ເປັນບັນຫາສຳຄັນ, ເອົາໃຈ
ໃສ່ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບເປັນຢ່າງດີເຊັ່ນ: ການເລື່ອນຊັ້ນ, ຍ້ອງຍໍສັນລະເສີນ ແລະ ນະໂຍບາຍອື່ນໆ ທີ່ມີຕໍ່ເຂົາເຈົ້າ, ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອ່ຽນ
ທຸ່ນທ່ຽງ ປະຕິບັດໜ້າທີ່ວຽກງານການເມືອງ ທີ່ໄດ້ຮັບມອບໝາຍຢ່າງສະເໝີຕົ້ນສະເໝີປາຍ ແລະ ມີຜົນສຳເລັດ, ສືບຕໍ່ປັບປຸງການຈັດຕັ້ງຂອງກົມກອງ-ທ້ອງຖິ່ນ ຈຳນວນ
ໜຶ່ງ, ເອົາໃຈໃສ່ການເຝິກອົບຮົມ-ຫັດແອບສິນລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຊຳນານຄຽງຄູ່ກັບ ການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ແລະ ປະຕິບັດລະບຽບວິ
ໄນຂອງກອງທັບຢ່າງເຂັ້ມງວດ, ມີຄວາມເຂັ້ມແຂງ ແລະ ທັນສະໄໝ​ໂດຍ​ການເພີ່ມທະວີຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ແລະ ນຳເອົາເນື້ອໃນຈິດໃຈຂອງ ກອງປະ
ຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ ເພື່ອເຮັດໃຫ້ສະພາບມີການຄວາມສະຫງົບປອດໄພ 100%.