ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ
ຈັດຕັ້ງເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ

     ທ້າຍເດືອນທັນວາ 2017 ນີ້, ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຄະນະພັກວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
(ວປກ) ໄດ້ຈັດຕັ້ງກອງປະຊຸມເຊື່ອມຊືມມະຕິ 5 ສະໄໝທີ X ຂອງສູນກາງພັກໃຫ້ແກ່ຄະນະພັກ-ຄະນະບັນຊາຂັ້ນຕ່າງໆ ແລະ ພະນັກງານຫຼັກແຫຼ່ງ, ສະມາ
ຊິກພັກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃນນີ້ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນຕີ ຄຳສີ ວົງຄຳຊາວ ກຳ
ມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.


ພົນຕີ ຄຳສີ ວົງຄຳຊາວ ເປັນປະທານກອງປະຊຸມເຊື່ອມຊືມມະຕິ 5 ສະໄໝທີ X ຂອງສູນກາງພັກ

     ຈຸດປະສົງການດໍາເນີນກອງປະຊຸມເຜິຍແຜ່ເຊື່ອມຊຶມມະຕິດັ່ງກ່າວຢູ່ແຕ່ລະແຫ່ງໃນຄັ້ງນີ້ ກໍເພື່ອປະຕິບັດຕາມທິດຊີ້ນຳຂອງຄະນະເລຂາທິການສູນກາງ
ພັກ ແລະ ຂອງຄະນະພັກກະຊວງປ້ອງກັນປະເທດ ບົນຈິດໃຈເຮັດ ໃຫ້ພະນັກງານຫຼັກແຫຼ່ງນຳພາ-ຄຸ້ມຄອງ ແລະ ສະມາຊິກພັກໄດ້ຮັບຮູ້ເຂົ້າໃຈເຊື່ອມຊຶມກຳ
ໄດ້ແໜ້ນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນສຳຄັນຂອງມະຕິດັ່ງກ່າວ ເພື່ອຫັນເປັນທິດທາງ, ໜ້າທີ່ ແລະ ແຜນປະຕິບັດງານອັນລະອຽດ
ຂອງຄະນະພັກຂັ້ນຕົນ, ພ້ອມນີ້ກໍຍົກສູງໃຫ້ໄດ້ຄວາມເປັນເຈົ້າການໃນການນຳພາຂອງພັກຕໍ່ອົງການ, ກົມກອງຂອງຕົນທັງເປັນການຍົກສູງຫຼັກໝັ້ນການ
ເມືອງຂອງພະນັກງານສະມາຊິກພັກໃຫ້ມີຄວາມເດັດດ່ຽວໜຽວແໜ້ນບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ
ທຳລາຍລະບອບໃໝ່ຂອງພວກເຮົາທີ່ພວກອິດທິກຳລັງປໍລະປັກຕ່າງໆ ແລະ ກຸ່ມຄົນບໍ່ດີກໍ່ຂຶ້ນ, ກຳຈັດການເສື່ອມຖອຍທາງດ້ານແນວຄິດ, ຄຸນສົມບັດສິນ
ທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, ເພີ່ມທະວີຄວາມສາມັກຄີເອກະພາບ, ເປັນກ້ອນກຳລັງແຮງໃນການປະຕິບັດພາລະກິດປົກປັກຮັກສາ ແລະ
ພັດທະນາປະເທດຊາດກ້າວໄປສູ່ຄວາມມັ່ງຄັ່ງເຂັ້ມແຂງປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຜ່ານການ
ຄົ້ນຄວ້າເຊື່ອມຊຶມມະຕິດັ່ງກ່າວຕ້ອງເຮັດໃຫ້ພະນັກງານສະມາຊິກພັກແຕ່ລະສະຫາຍກຳໄດ້ແໜ້ນທິດທາງລວມ, ໜ້າທີ່ຈຸດສຸມແຕ່ລະຂົງເຂດວຽກງານໃນ
ຕໍ່ໜ້າທີ່ມະຕິດັ່ງກ່າວກຳນົດອອກ ພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິຜົນສູງ. ໂດຍເນື້ອໃນມະຕິກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ X
ຂອງຄະນະບໍລິຫານງານສູນກາງພັກ ນອກຈາກຈະໄດ້ກຳນົດທິດທາງຈຸດສຸມສຳຄັນທີ່ເປັນປາຍແຫຼມເພື່ອພັດທະນາປະເທດຊາດໄປຕາມທິດຍືນຍົງສີຂຽວ
ດ້ວຍຈິດໃຈບຸກທະລຸແລ້ວ, ກໍຍັງມີມະຕິເລກທີ 26/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ແລະ ເອກະ
ສານສົ່ງເສີມເສດຖະກິດຂະໜາດນ້ອຍ ແລະ ກາງອີກດ້ວຍ.