ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດກອງປະຊຸມສະຫຼຸບ
ວຽກງານຮອບດ້ານ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018


ພັນເອກ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018

     ວັນທີ 28 ທັນວາ 2017 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດໃຫ້ມີກອງປະຊຸມສະຫຼຸບວຽກງານຮອບ
ດ້ານ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018 ຂອງຕົນຂຶ້ນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ເລຂາຄະ
ນະພັກຮາກຖານ, ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ 8 ພະແນກການ ຕະຫຼອດຮອດພະນັກ
ງານນັກຮົບເຂົ້າຮ່ວມ.


ພັນໂທ ບຸນມີ ແກ້ວວົງສາ ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018

     ໃນພິທີ ສະຫາຍ ພັນໂທ ບຸນມີ ແກ້ວວົງສາ ຫົວໜ້າຫ້ອງການກົມ ວສ-ປສ ການທະຫານ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານ ແລະ ບາງບົດຮຽນທີ່ຖອດ
ຖອນໄດ້ໃນປີຜ່ານມາ ເພື່ອຢັ້ງຢືນດ້ານດີຜົນງານ ແລະ ວິທີແກ້ໄຂໃນປີຕໍ່ໜ້າ ເຊິ່ງຕະຫຼອດໄລຍະຜ່ານມາສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນໄດ້
ເຂົ້າຮ່ວມກອງປະຊຸມນາດີດ້ານຍຸດທະສາດປ້ອງກັນຊາດອາຊຽນ 7 ຄັ້ງ, ຕ້ອນຮັບຄະນະຜູ້ແທນ ແລະ ວິຊາການຈາກ ສສ ຫວຽດນາມ 2 ຄັ້ງ, ວຽກງານປະ
ຫວັດສາດໄດ້ຊ່ວຍກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນການຂຽນປະຫວັດສາດຂອງແຕ່ລະກົມກອງສຳເລັດເປັນສ່ວນຫຼາຍ ຂຽນບົດສຳມະນາບັ້ນ
ຮົບປົດປ່ອຍຜາຖີ່ ແລະ ບົດສຳມະນາປ້ອງກັນຕົວເມືອງທ່າແຂກ ເພື່ອກຽມພ້ອມຈັດຕັ້ງສຳມະນາໃນປີ 2018, ວຽກງານວິທະຍາສາດໄດ້ສຳເລັດໂຄງການ
ຄົ້ນຄວ້າ ແລະ ດັດແປງກະແສໄຟຟ້າຂອງຈະຫຼວດ BM21 ແລະ BM14 ໃຫ້ວິທະຍາຄານກົມມະດຳ ແລະ ສືບຕໍ່ຄົ້ນຄວ້າ ແລະ ຜະລິດປືນຍີງສົ່ງລະເບີດ
40 ເລົາ, ວຽກງານສິ່ງແວດລ້ອມໄດ້ລົງຈັດກອງປະຊຸມປູກຈິດສຳນຶກດ້ານສິ່ງແວດລ້ອມຢູ່ແຂວງພາກເໜືອ, ການກາງ ແລະ ຂໍ 941 ສຳເລັດ, ວຽກງານ
ຂໍ້ມູນ-ຂ່າວສານໄດ້ຈັດພິມວາລະສານ 4 ສະບັບ ພິມຈຳນວນ 6000 ຫົວ ແຈກຍາຍໃຫ້ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ 89 ກົມກອງ, ວຽກ
ງານເວັບໄຊ, ຫໍສະໝຸດ ແລະ ຂ່າວສານໜັງສືພິມ ແລະ ໂທລະພາບເປັນປົກກະຕິ, ວຽກງານຍຸດທະສາດສືບຕໍ່ໃນການຂຽນປື້ມນະໂຍບາຍປ້ອງກັນຊາດ
ແລະ ຂຽນບົດນິພົນຍຸດທະສາດໃນການສົມທົບເສດຖະກິດກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ແຂວງໄຊຍະບູລີໃນໄລຍະໃໝ່. ໃນໂອ
ກາດນີ້, ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ວຽກງານວິຊາສະເພາະນັບມື້ມີທ່າກ້າວຂະ
ຫຍາຍຕົວດີຂຶ້ນ.

     ຕອນທ້າຍ ພັນເອກ ວຽງໄຊ ສົມວິຈິດ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານສະແດງຄວາມຊົມ ເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນປີ
ຜ່ານມາ ພ້ອມທັງເນັ້ນໜັກໃຫ້ພະນັກງານນັກຮົບຈົ່ງພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ມີປະສິດທິຜົນສູງລື່ນເກົ່າ.


ພາບລວມພາຍໃນກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018