ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ
ຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກກຳປູເຈຍ


ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມແລະເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ

     ວັນທີ 27 ທັນວາ 2018 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມ
ຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ ຕາມການເຊື້ອເຊີນຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງຣາຊະອານາຈກັກຳປູເຈຍ, ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນທີ່ສຳນັກງານນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະໂດຍ ສົມເດັດ ປີໄຈ ເສນາ ເຕຍບັນ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງປະເທດ ແຫ່ງຣາຊະອານາຈັກກຳປູເຈຍ.

     ໃນການພົບປະສອງຝ່າຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະທີ່ໃຫ້ກຽດຕ້ອນຮັບອັນອົບອຸ່ນສະໜິດສະໜົມ ແລະ ເຕັມໄປດ້ວຍໄມ ຕີຈິດມິດຕະ
ພາບທີ່ເຄີຍມີມາແຕ່ຍາວນານລະຫວ່າງສອງຊາດລາວ-ກຳປູເຈຍ ຈາກນັ້ນ, ກໍໄດ້ປຶກສາຫາລືນຳກັນເພື່ອແກ້ໄຂບັນຫາຊາຍແດນຈຸດທີ່ຍັງຄົງຄ້າງ ໂດຍປະຕິບັດຕາມເນື້ອ
ໃນຈິດໃຈຂອງສອງນາຍົກ ລາວ-ກຳປູເຈຍທີ່ເຫັນດີເປັນເອກະພາບວ່າດ້ວຍການຖອນກຳລັງທະຫານອອກຈາກຈຸດທີ່ຍັງຄົງຄ້າງ ເຊິ່ງທັງສອງຝ່າຍຈະໄດ້ຮ່ວມກັນແກ້ໄຂ
ແລະ ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນຮ່ວມກັນລາດຕະເວນເພື່ອເຮັດໃຫ້ເຂດດັ່ງກ່າວກັບມາສູ່ສະພາບປົກກະຕິ ແລະ ເພື່ອປະຊາຊົນໄປມາຫາສູ່ກັນແບບເພື່ອນມິດຍາດພີ່
ນ້ອງ, ຮ່ວມກັນຄ້າຂາຍຕາມທີ່ເຄີຍມີມູນເຊື້ອມາແຕ່ຍາວນານ, ພ້ອມນັ້ນທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ແຈ້ງໃຫ້ຮູ້ໝາກຜົນໃນການ
ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຊິ່ງເຫັນວ່າມີຄວາມໝັ້ນທ່ຽງ, ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 6,9-7,0%.

     ທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຮົາຍັງສະເໜີໃຫ້ເພີ່ມການພົບປະແລກປ່ຽນລະຫວ່າງຄະນະນຳຂັ້ນກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາເຫຼົ່າຮົບ ແລະ
ບາງຂະແໜງການລົງຮອດຂັ້ນທ້ອງຖິ່ນທີ່ທັງສອງຝ່າຍເຫັນດີຮ່ວມກັນ, ທັງນີ້ ກໍເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບ ລາວ-ກຳປູເຈຍ ທີ່ມີມູນ
ເຊື້ອມາແຕ່ຍາວນານແລ້ວນັ້ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນັ້ນທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຍັງໄດ້ເຊື້ອເຊີນ ສົມເດັດ ປີໄຈ ເສນາ ເຕຍບັນ
ມາຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ອີກດ້ວຍ.

     ສົມເດັດ ປິໄຈ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກຳປູເຈຍ ກໍໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມ
ຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍຂອງລັດຖະມົນຕີກະຊວງປ້ອງກັນປະເທດເຮົາ ພ້ອມດ້ວຍຄະນະໃນຄ້ັງນີ້ ເຊິ່ງເປັນບາດກ້າວໃໝ່ລະຫວ່າງ ກຳປູ ເຈຍ-ລາວ
ທີ່ໄດ້ມີການຢ້ຽມຢາມລະຫວ່າງຜູ້ນຳທັງສອງກອງທັບກຳປູເຈຍ-ລາວ, ລາວ-ກຳປູເຈຍ ແລະ ກໍເຫັນດີຕໍ່ກັບຄຳສະເໜີຂອງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ
ສປປ ລາວ ເຊິ່ງຈະໄດ້ມອບໃຫ້ຂະແໜງ ການກ່ຽວຂ້ອງຮີບຮ້ອນຈັດຕັ້ງປະຕິບັດ, ກໍລະນີໃດກໍຕາມຖ້າຫາກວ່າມີບັນຫາເກີດຂຶ້ນເຖິງຈະເປັນຂໍ້ຜິດພາດທີ່ໃຫຍ່ກໍຕາມແຕ່ກໍ
ຈະເຮັດໃຫ້ບັນຫາດັ່ງກ່າວນັ້ນເປັນເລື່ອງນ້ອຍ ແລະ ຮີບຮ້ອນພ້ອມກັນແກ້ໄຂໂດຍໄວເພື່ອຮັກສາໄວ້ມູນເຊື້ອສາຍພົວພັນມິດຕະພາບລະຫວ່າງສອງຊາດ, ສອງກອງທັບໃຫ້
ຍືນນານຕະຫຼອດໄປ.