ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ຮອງຫົວໜ້າ ກອງບັນຊາການທະຫານ ແຂວງ ຊຽງຂວາງ


ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ທານ

     ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າ ກອງບັນຊາການທະຫານ ແຂວງ ຊຽງຂວາງ ໄດ້ຈັດຂຶ້ນໃນ ວັນທີ 24 ທັນວາ 2020 ນີ້ ໂດຍການເປັນກຽດ
ເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງ
ທັບ, ມີສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການ ທະຫານ ແຂວງ ຊຽງຂວາງ, ມີ ສະຫາຍ ພັນໂທ
ວົງເພັດ ວົງສະຫວັນ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງ ກອງທັບ, ພ້ອມດ້ວຍຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ປກສ
ແຂວງ, ກອງພັນໃຫຍ່ 702, 643, ບໍລິເວນ 101, ຫ້ອງການ ປກຊ-ປກສ ແຂວງ, ພະນັກງານຫຼັກແຫຼ່ງ, ກອງບັນຊາການທະຫານເມືອງ, ພະແນກການ
ທີ່ກ່ຽວຂ້ອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ເຂົ້າຮ່ວມ.

     ສະຫາຍ ພັນໂທ ວົງເພັດ ວົງ ສະຫວັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 4229 ກປທ ລົງວັນທີ 2 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະ
ກອງບັນຊາການ, ຄະນະຫ້ອງຂອງ ກອງບັນຊາການທະຫານ ແຂວງ ຊຽງຂວາງ ແລະ ຂໍ້ຕົກລົງ ສະບັບເລກທີ 4241 ກປທ ລົງວັນທີ 3 ພະຈິກ 2020
ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ ກອງບັນຊາການທະຫານ ແຂວງ ຊຽງຂວາງ ພັກການເພື່ອກຽມຮັບເບ້ຍບໍານານ. ກະຊວງປ້ອງກັນປະເທດຕົກ
ລົງ ແຕ່ງຕັ້ງ ສະຫາຍ ພັນໂທ ກິແກ້ວ ອາໄພພົງ ເປັນ ຮອງຫົວໜ້າການທະຫານ ທັງເປັນ ຫົວຫໜ້າຫ້ອງເສນາທິການ, ແຕ່ງຕັ້ງ ສະຫາຍ ພັນໂທ ເນັ່ງ ວົງ
ເດືອນຢ່າ ເປັນຮອງຫົວໜ້າຫ້ອງການ ແລະ ບໍລິຫານ ແລະ ອະນຸຍາດ ໃຫ້ສະຫາຍ ພັນໂທ ບຸນຍືນ ໄມສົມແພງ ຮອງຫົວໜ້າ ການທະຫານ ຫົວໜ້າຫ້ອງ
ເສນາທິການ ກອງບັນຊາການທະຫານ ແຂວງ ຊຽງຂວາງ ພັກການເພື່ອກຽມຮັບເບ້ຍບໍານານ.

     ໂອກາດເຂົ້າຮ່ວມພິທີ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ແຂວງ
ຊຽງຂວາງ ໂດຍສະເພາະຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ຈົ່ງພ້ອມກັນເອົາໃຈໃສ່ໃນການເຮັດໜ້າທີ່ ການເມືອງຂອງຕົນໃຫ້ມີຄວາມຮັບຜິດຊອບສູງ, ສືບ
ຕໍ່ຊີ້ນໍາ-ນໍາພາກົມກອງ ແລະ ສ້າງກົມກອງໃຫ້ມີທ່າກ້າວອັນໃໝ່ພ້ອມທັງສ້າງຜົນງານໃນຫຼາຍໆດ້ານ ເພື່ອກະກຽມຕ້ອນຮັບວັນສ້າງຕັ້ງ ກອງທັບປະຊາຊົນ
ລາວ ທີ່ຈະໝູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງໃຫ້ມີຄວາມໝາຍ ຄວາມສໍາຄັນ ແລະ ຟົດຟື້ນມ່ວນຊື່ນ.