ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມອົບຮົມຜູ້ເກົ່າ ແລະ ຜູ້ໃໝ


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມອົບຮົມຜູ້ເກົ່າ ແລະ ຜູ້ໃໝ່

     ວັນທີ 27 ມີນາ 2019 ນີ້, ຢູ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມ
ອົບຮົມກົມໃຫຍ່ເສນາທິການກອງທັບຜູ້ເກົ່າ ທີ່ພັກການກຽມຮັບເບ້ຍບຳນານ ແລະ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ອະດີດຫົວໜ້າການເມືອງກອງ ພົນທີ 2 ເປັນ
ຫົວໜ້າກົມອົບຮົມຜູ້ໃໝ່ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຜູ້ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາຫົວໜ້າກົມ, ຫ້ອງການ ແລະ ພະນັກງານພາຍ
ໃນກົມອົບຮົມເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ
3693/ກປທ ລົງວັນທີ 2/10/2018 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ເປັນຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ຫຼັງຈາກ
ນັ້ນ ສະຫາຍ ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມອົບຮົມຜູ້ເກົ່າ ກໍໄດ້ຂຶ້ນຜ່ານບົດສະຫຼຸບໃນການ ຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່, ໂຄງປະກອບການຈັດ
ຕັ້ງ ແລະ ສະພາບແວດລ້ອມທີ່ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ກົມໃຫຍ່ເສນາທິການກອງທັບ ດ້ານການສຶກສາ
ອົບຮົມການເມືອງນຳພາແນວຄິດ ແລະ ປັບປຸງກໍ່ສ້າງກຳລັງທາງດ້ານລະບຽບແບບແຜນກອງທັບປະຊາຊົນລາວໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ລວມທັງຜົນງານທີ່ສ້າງ
ໄດ້ຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນຜົນສຳເລັດໃນການຫັດແອບເດີນຂະບວນສວນສະໜາມໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ພ້ອມທັງຍົກໃຫ້ເຫັນດ້ານຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນໃນຕໍ່ໜ້າ ຈາກນັ້ນກໍໄດ້ມີການເຊັນມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມອົບຮົມຜູ້ເກົ່າ
ແລະ ຫົວໜ້າກົມອົບຮົມຜູ້ໃໝ່.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ກົມອົບຮົມໃນ
ການເຄື່ອນໄຫວເຮັດສຳເລັດໜ້າທີ່ຕາມພາລະບົດບາດ ກໍຄືໜ້າທີ່ການເມືອງຂອງຕົນ ພ້ອມທັງໄດ້ເນັ້ນໜັກໃຫ້ຫົວໜ້າກົມອົບຮົມຜູ້ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບ
ການເມືອງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນເປັນປຶກແຜ່ນ ແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດ
ວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະເຮັດວຽກ ແບ່ງວຽກແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສຸມໃສ່ແກ້ໄຂບັນຫາປາ ກົດການຫຍໍ້ທໍ້
ໃຫ້ໝົດໄປເທື່ອລະກ້າວ ເພື່ອເຮັດສຳເລັດໜ້າທີ່ການເມືອງຕາມທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ, ສຶບຕໍ່ຮັກສາມູນເຊື້ອຂອງກົມກອງໄວ້ໃຫ້ໝັ້ນຄົງ ສຶບຕໍ່ຍົກສູງ
ວຽກງານອົບຮົມຫັດແອບ ແລະ ການປະຕິບັດລະບຽບແບບແຜນໃນກອງທັບໃຫ້ດີຂຶ້ນກວ່າເກົ່າ.