ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນ​ຊັ້ນ​ນາຍ​ທະຫານ ຈາກ​ຊັ້ນ​ພັນ​ຕີ​ຂຶ້ນ​ຊັ້ນ​ພັນ​ໂທ​ທົ່ວ​ກອງທັບ


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດເລື່ອນຊັ້ນ ນາຍທະຫານ ຈາກຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ທົ່ວກອງທັບ ຈຳນວນ 343 ສະຫາຍ ໄດ້ຈັດຂຶ້ນໃນ ວັນທີ 26 ມີນາ 2021 ນີ້,
ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່
ການເມືອງກອງທັບ, ມີບັນດາຄະນະກົມ, ຫ້ອງການພ້ອມດ້ວຍນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກ ກະຊວງຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ
ກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ ນາຍທະຫານ ຊັ້ນພັນຕີ ຂຶ້ນຊັ້ນພັນໂທ ຂອງບັນດາກົມກອງກຳລັງຫຼວງ ແລະ ທ້ອງຖິ່ນ ໂດຍອີງຕາມກົດ
ໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນ ນາຍທະຫານ ຕົກລົງເລື່ອນຊັ້ນ ໃຫ້ນາຍທະຫານ ຈາກຊັ້ນພັນຕີ ຂຶ້ນຊັ້ນ ພັນໂທ ໃນ
ທົ່ວກອງທັບ ຈຳນວນ 343 ສະຫາຍ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ລົມ ຫຼາຍບັນຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ຮັບການ
ເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດ
ຊອບໜ້າທີ່ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີ
ເຮັດວຽກບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງຂອງຕົນເອງ ກໍຄື
ສ້າງກອງທັບໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ.