ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍພາກສ່ວນ ສືບຕໍ່ມອບເຄື່ອງຊ່ວຍເຫລືອ ຕ້ານການລະບາດຂອງພະຍາດ ໂຄວິດ-19


     ວັນທີ 28 ເມສາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການເງິນ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ຮັບເຄື່ອງຊ່ວຍເຫລືອຈາກ
ບໍລິສັດ ທາງລົດໄຟ ລາວ-ຈີນ ປະກອບມີ ຜ້າປິດປາກ 286.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 250 ອັນ ລວມມູນຄ່າ 1.679.400.000 ກີບ ຕາງໜ້າມອບ
ໂດຍທ່ານ ລິ ປິ່ງ ສວນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ, ບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນ ຈຳກັດ ມອບເງິນສົດມູນຄ່າ
500.000.000 ກີບ, ຕາງໜ້າມອບໂດຍ ທ່ານ ຫລິວ ຫູ້ ຫົວໜ້າຫ້ອງການ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນຈຳກັດ ປະຈຳລາວ ທັງເປັນປະ
ທານ ບໍລິສັດຮ່ວມທຶນລາວຈີນ, ຈາກບໍລິສັດ ໄທເມດ ( ມູນນິທິ ວິລະພຸຊົງ) ມອບເງິນສົດ ມູນຄ່າ 150.000.000 ກີບ ມອບໂດຍທ່ານ ອະນັນ ອິນທະວົງ ຕາງໜ້າ
ບໍລິສັດ ໄທເມດ, ບໍລິສັດ ສົມວັນຈະເລີນເປໂຕຣລ້ຽມ ເຈວລີ ຈຳກັດ ມອບເງິນສົດ ມູນຄ່າ 100.000.000 ກີບ ຕາງໜ້າມອບໂດຍທ່ານ ສັນຕິ ສີດາວົງ ຮອງອໍາ
ນວຍການ ບໍລິສັດ ສົມວັນຈະເລີນເປໂຕຣລ້ຽມ ເຈວລີ ຈຳກັດ.

     ໃນໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາບໍລິສັດດັ່ງກ່າວ ທີ່ເຫັນຄວາມສໍາຄັນ ແລະ ຈຳເປັນຂອງລັດຖະບານລາວ ໃນການຕ້ານ ການ
ແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ພ້ອມທັງຢືນຢັນວ່າ ຈະນຳເງິນດັ່ງກ່າວ ໄປນຳໃຊ້ ເຂົ້າໃນວຽກງານດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ.