ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄອບຄົວທ່ານ ໄຊສົງຄາມ ວໍລະຈິດ ມອບເງີນ 250 ລ້ານກີບໃຫ້ກະຊວງປ້ວງກັນປະເທດ


     ໃນວັນທີ 28 ເມສາ 2021 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ ທ່ານ ໄຊສົງຄາມ ວໍລະຈິດ ພ້ອມດ້ວຍຄອບຄົວ ໄດ້ນໍາເອົາເງິນສົດ ຈໍານວນ
250.000.000 ກີບ ມາມອບ ໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19
ໂດຍສະເພາະແມ່ນຊຸກຍູ້ກໍາລັງປະກອບອາວຸດ ປ້ອງກັນຊາດ ທີ່ພວມປະຕິບັດໜ້າທີ່ ຕາມຊາຍແດນແຕ່ລະເມືອງ, ຊາຍແດນລະຫວ່າງປະເທດ ແລະ ແພດ
ໝໍຢູ່ໂຮງໝໍສູນກາງ 103 ກອງທັບ.

     ຕາງໜ້າກະຊວງປ້ອງກັນປະເທດ ກ່າວຮັບໂດຍ ທ່ານ ພົນຕີ ວົງຄຳ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ພົນຕີ ວົງຄໍາ ພົມມະກອນ ກໍ່ໄດ້ກ່າວແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຫາຍ ໄຊສົງຄາມ ວໍລະຈິດ ພ້ອມດ້ວຍ
ຄອບຄົວ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອກະຊວງປ້ອງກັນປະເທດ ຄັ້ງນີ້ ອັນເປັນການປະກອບສ່ວນສໍາຄັນ ໃຫ້ແກ່ກໍາລັງປະກອບ
ອາວຸດ ພວກເຮົາ ທີ່ພວມປະຕິບັດໜ້າທີ່ ອັນສຳຄັນ ໃນການປ້ອງກັນຕາມເຂດຊາຍແດນຕ່າງໆ ກໍຄືແພດໝໍຢູ່ໂຮງໝໍສູນກາງ 103 ກອງທັບ ທີ່ກໍາລັງ
ປະຕິບັດໜ້າທີ່ ສະກັດກັ້ນ-ປ້ອງກັນ ແລະ ປິ່ນປົວ ຄົນເຈັບປ່ວຍ ພະຍາດໂຄວິດ-19 ໃຫ້ຫາຍດີໂດຍໄວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/04/2021