ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ປອ ທອງລອຍ ສິລິວົງ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່


ພົນຕີ ປອ ທອງລອຍ ສິລິວົງ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈາກພັນຕີຂຶ້ນພັນໂທຈຳນວນ 306 ສະຫາຍ

     ໃນວັນທີ 28 ພຶດສະພາ 2019 ນີ້, ສະຫາຍ ພົນຕີ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ ໄດ້ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນຈາກ ພັນຕີ ຂຶ້ນ ພັນໂທ ຈຳນວນ 306 ສະຫາຍ ທີ່ມາຈາກກຳລັງຫຼວງກຳລັງທ້ອງຖິ່ນໃນທົ່ວກອງທັບ.

     ສະຫາຍ ພົນຕີ ປອ ທອງລອຍ ສິລິວົງ ໄດ້ກ່າວວ່າ: ການເລື່ອນຊັ້ນໃນຄັ້ງນີ້ແມ່ນກຽດສັກສີອັນສູງສົ່ງ ແລະ ມີຄວາມໝາຍສໍາຄັນ ເພາະມັນໄດ້ຢັ້ງຢືນໃຫ້ເຫັນເຖິງການ
ເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານໃນກອງທັບ, ທັງແມ່ນການປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍທະຫານກອງທັບປະຊາຊົນລາວໃຫ້ມີຄວາມຖືກຕ້ອງ
ຕາມເງື່ອນໄຂຕົວຈິງຂອງແຕ່ລະສະຫາຍທີ່ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ
ການເຮັດສຳເລັດໜ້າທີ່ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກອງທັບໃຫ້ມີການເຕີບໃຫຍ່ຂະຫຍາຍຕົວໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ
ໂດຍສະເພາະໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍ ຂອງພັກ ບັນດາມະຕິຄໍາສັ່ງ, ຂໍ້ກໍານົດ ແລະ ບົດແນະນໍາຕ່າງໆຂອງກອງທັບ.

     ສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ຕື່ມອີກວ່າ: ການເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນ
ລາວແມ່ນມີຄວາມສໍາຄັນ ແລະ ຈໍາເປັນພາວະວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບເຮົາ, ເພາະວ່າແຕ່ລະວຽກທີ່ໄດ້ຮັບຜົນສໍາ
ເລັດແມ່ນບັນດາສະຫາຍເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາສະຫາຍບໍ່ເຂັ້ມແຂງກໍບໍ່ສາມາດເຮັດໃຫ້ວຽກງານໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ສະນັ້ນ, ບັນດາສະ
ຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ນີ້ຕ້ອງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ
ເຂັ້ມງວດ, ການດຳລົງຊີວິດຕ້ອງປອດໃສ, ບໍ່ສວຍໂອກາດໃຊ້ຖານະໜ້າທີ່ຂອງຕົນໄປໃນທາງທີ່ຜິດເພື່ອຜົນປະໂຫຍດສ່ວນຕົວ, ພະຍາຍາມຄົ້ນຄວ້າທຸກວິທີທາງເພື່ອປັບ
ປຸງແບບແຜນວິທີເຮັດວຽກໃຫ້ດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງແທ້ຈິງ ພ້ອມທັງມີການສະຫຼຸບຖອດຖອນບົດ
ຮຽນເປັນປົກກະຕິ, ຕ້ອງເປັນເຈົ້າການເສີມຂະຫຍາຍມູນເຊື້ອການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດໃຫ້ເລິກເຊິ່ງເຖິງຖອງ, ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນ
ແໜ້ນໜາ, ມີຫົວຄິດປະດິດສ້າງ ແລະ ມີຄວາມສະດຸ້ງໄວຕໍ່ສະພາບການເພື່ອສ້າງກອງທັບເຮົາໃຫ້ກ້າວໜ້າ, ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.