ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ອົງຄະນະພັກກະຊວງແຮງງານ
ແລະ ສະຫວັດດີການສັງຄົມ ເຊີດຊູສະຕິຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ

     ກອງປະຊຸມດໍາເນີນຊີວິດການເມືອງປັບປຸງປົວແປງພັກຂອງອົງຄະນະພັກກະຊວງແຮງງານ ແລະ ສະ ຫວັດດີການສັງຄົມປະຈໍາປີ 2017 ໄດ້ໄຂຂຶ້ນໃນ
ວັນທີ 28 ມິຖຸນາ 2017, ທີ່ຫ້ອງປະຊຸມຂອງກະຊວງດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກປະຊາ
ຊົນປະຕິວັດລາວ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ສະຫວັດດີການສັງຄົມ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ທິດຊີ້ນໍາຕໍ່ກອງ
ປະຊຸມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງລັດຖະມົນຕີກະຊວງປ້ອງກັນປະເທດ,
ມີບັນດາສະຫາຍພາຍໃນພັກ, ຄະນະນໍາ, ເລຂາ, ຮອງເລຂາໜ່ວຍພັກ, ມີຫົວໜ້າກົມ ຮອງກົມສູນ, ສະຖາບັນ ແລະ ອົງການກາແດງ, ອົງການເກັບກູ້ລະ
ເບີດ ແລະ ບັນດາຫົວໜ່ວຍທຸລະກິດຂຶ້ນກັບແຂກຖືເຊີນເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ອົງຄະນະພັກກະຊວງແຮງງານ
ແລະ ສະຫວັດດີການສັງຄົມ ເຊີດຊູສະຕິຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ

     ໃນກອງປະຊຸມ ທ່ານ ປ.ອ ຄໍາແພງ ໄຊສົມແພງ ໄດ້ເນັ້ນວ່າ: ການດໍາເນີນຊີວິດການເມືອງຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ແລະ ມີຄວາມ
ຈໍາເປັນຮຽກຮ້ອງອັນຮີບດ່ວນ ເພື່ອປັບປຸງປົວແປງພາຍໃນພັກຂອງ ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງກົມການເມືອງສູນກາງ
ພັກ ເລກທີ 01/ກມສພ ລົງວັນທີ 01 ກຸມພາ 2017 ແນໃສ່ສ້າງພັກໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ທັນ
ກັບສະພາບການ ເພື່ອສືບຕໍ່ນໍາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດທີ່ໄດ້ກໍານົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ
ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ
ເລກທີ 022/ຄບສພ ລົງວັນທີ 13 ມັງກອນ 2017 ວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ພ້ອມນັ້ນ, ສະ
ຫາຍເລຂາຄະນະພັກກະຊວງຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກຫຼັກແຫຼ່ງພະນັກງານຂັ້ນນໍາພາ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັບຜິດຊອບຂອງຕົນ
ດໍາເນີນການສໍາຫຼວດກວດກາດ້ວຍຄວາມກ້າຫານ, ເດັດດ່ຽວ, ຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂະ
ແໜງການຄຸ້ມຄອງແຮງງານ ແລະ ສະຫວັດດີການສັງຄົມເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວສູ່ຈຸດໝາຍຂອງພັກປະຊາຊົນ
ປະຕິວັດລາວ ກໍານົດໄວ້ .

     ໂອກາດດັ່ງກ່າວ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມໂດຍຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ
ຜົນສໍາເລັດອັນພົ້ນເດັ່ນພາຍໃຕ້ການຊີ້ນໍານໍາພາຂອງພັກແຕ່ລະໄລຍະ ເຊິ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍ
ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດເຮົາສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ
ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີ
ຂຶ້ນ ລວມທັງການເຊື່ອມໂຍງພາກພື້ນ ແລະ ສາກົນນັບມື້ຄ່ອງຕົວເປັນຢ່າງດີ, ຍົກສູງບົດບາດຂອງ ສປປ ລາວ ໃຫ້ພົ້ນເດັ່ນໃນເວທີສາກົນ; ຍົກໃຫ້ເຫັນ
ຄວາມໝາຍຄວາມສຳຄັນຂອງບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກໃນຄັ້ງນີ້ ວ່າແມ່ນແນໃສ່ເພື່ອປັບປຸງປົວແປງພັກທາງດ້ານຄຸນທາດການເມືອງ
ຄຸນສົມບັດສິນທຳປະຕິວັດຄວາມຮັບຜິດຊອບການເມືອງ, ການຈັດຕັ້ງ, ແບບແຜນການນຳພາ, ເພື່ອປັບປຸງ, ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ
ແລະ ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດກົດລະບຽບຂອງພັກ-ກົດໝາຍຂອງລັດ, ປະຕິບັດຫຼັກການກໍ່ ສ້າງພັກເປັນຕົ້ນແມ່ນຫຼັກ
ການລວມສູນປະຊາທິປະໄຕຫຼັກການຕຳນິຕິຊົມຕົນເອງ ແລະ ຕິຊົມກັນແກ້ໄຂປາກົດ ການຫຍໍ້ທໍ້ຕ່າງໆພາຍໃນພັກເຊັ່ນ: ປາກົດການເຊື່ອມທາດຂາດຄຸນ,
ພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ການລະເມີດກົດລະບຽບພັກ ແລະ ກົດໝາຍຂອງສະມາຊິກພັກ-ພະນັກງານ, ເພື່ອເສີມຂະຫຍາຍມູນເຊື້ອ, ຜົນງານ
ທີ່ດີຂອງພັກໃນໄລຍະຜ່ານມາ, ແນໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ,
ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກຢ່າງແຂງແຮງ, ປັບປຸງປົວແປງພັກດ້ານການເມືອງແນວຄິດ, ສ້າງໃຫ້ມີການປ່ຽນ
ແປງຕົວຈິງທີ່ຕັ້ງໜ້າດ້ານແນວຄິດຕໍ່ວຽກງານທີ່ຖືກມອບໝາຍ.