ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຽກງານສິ່ງແວດລ້ອມແມ່ນວຽກງານໜຶ່ງທີ່ກອງພົນທີ I ແລະ
ກອງບັນຊາການທະຫານແຂວງວຽງຈັນຖືເປັນສຳຄັນ


ພັນໂທ ບຸນເລີດ ຄຳໄຮໄຊ ລາຍງານຕໍ່ກອງປະຊຸມວຽກງານສິ່ງແວດລ້ອມຢູ່ເຂດພາກກາງ

     ອີງຕາມການລາຍງານຂອງ ສະຫາຍ ພັນໂທ ບຸນເລີດ ຄຳໄຮໄຊ ຫົວໜ້າພະແນກວິທະຍາສາດ-ປະ ຫວັດສາດ ການທະຫານ ກອງພົນທີ I ຕໍ່ກອງປະ
ຊຸມວຽກງານສິ່ງແວດລ້ອມຢູ່ເຂດພາກກາງໃນໄລຍະກາງເດືອນ ມິຖຸນາ ໃຫ້ຮູ້ວ່າໄລຍະຜ່ານມາຄະນະພັກ-ຄະນະບັນຊາກອງພົນທີ I ໄດ້ສົມທົບກັບອຳນາດ
ການປົກຄອງເມືອງວັງວຽງ ແລະ ປະສານງານກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ພົວພັນກັບໂຮງງານຊີມັງ ເພື່ອພ້ອມກັນແກ້
ໄຂບັນຫາສິ່ງແວດລ້ອມຢູ່ພາຍໃນຂອບເຂດທີ່ຕົນຮັບຜິດຊອບເປັນຕົ້ນຕ້ານ ແລະ ສະກັດກັ້ນການຕັດໄມ້ຊະຊາຍຢູ່ປ່າຕົ້ນນ້ຳ ແລະ ເຂດສະຫງວນຕ່າງໆ,
ລະດົມກັນປູກຕົ້ນໄມ້ທົດແທນ ແລະ ກຳຈັດຂີ້ເຫຍື່ອດ້ວຍການຂຸດຂຸມສ້າງສະໜາມຂີ້ເຫຍື່ອຮ່ວມກັນ, ຄັດແຍກຂີ້ເຫຍື່ອທີ່ສາມາດຍ່ອຍສະລາຍໄດ້ ແລະ
ຂີ້ເຫຍື່ອທີ່ບໍ່ສາມາດສະລາຍໄດ້ ກຳນົດເຂດຍຸດທະສາດໃນການເຝິກຊ້ອມການທະຫານຄັກແນ່ ໂດຍລວມແລ້ວບັນຫາສິ່ງແວດລ້ອມພາຍໃນຂອບເຂດ
ເມືອງວັງວຽງເຫັນວ່າດີພໍສົມຄວນ.


ຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມຢູ່ກອງພົນທີ I ແລະ ກອງບັນຊາການທະຫານແຂວງ ວຽງຈັນ

     ໃນຕະຫຼອດໄລຍະທີ່ຜ່ານມາເມືອງວັງວຽງໄດ້ພັດທະນາເປັນເມືອງທ່ອງທ່ຽວ ນັກທ່ອງທ່ຽວ, ນັກລົງ ທຶນ ແລະ ພໍ່ແມ່ປະຊາຊົນໄດ້ມາຕັ້ງຖິ່ນຖານພູມ
ລຳເນົາຫຼາຍຂຶ້ນ ບ່ອນພັກອາໄສໄດ້ຂະຫຍາຍອອກ ນັກທ່ອງທ່ຽວເພີ່ມຂຶ້ນ, ໂຮງຈັກໂຮງງານເພີ່ມຂຶ້ນ, ການສຳປະທານຂອງນັກລົງທຶນຕໍ່ຂະບວນການປູກ
ຢາງພາລາກໍ່ເພີ່ມຂຶ້ນ, ການຖາງປ່າເພື່ອເຮັດຄັງລ້ຽງສັດ, ການຖາງປ່າເຮັດສວນ, ເຮັດໄຮ່ເຂົ້າກໍ່ເພີ່ມໄປຕາມໆກັນ ຂີ້ເຫຍື່ອຄົວເຮືອນໃນເມື່ອກ່ອນເດືອນ
ໜຶ່ງ 10 ພັນໂຕນ ກໍ່ໄດ້ເພີ່ມຂຶ້ນເປັນເດືອນລະ 18 ພັນ-20 ພັນໂຕນ ຈາກສາເຫດນີ້ເອງຈິ່ງເຮັດໃຫ້ເມືອງວັງວຽງ ແລະ ກອງພົນທີ I ພົບບັນຫາຍຸ້ງຍາກ
ໃນການຄຸ້ມຄອງຂີ້ເຫຍື່ອ ເນື່ອງຈາກບ່ອນຖິ້ມຂີ້ເຫຍື່ອໄດ້ເຕັມ ແລະ ບໍ່ສາມາດເອົາດິນມາຖົມໄດ້ຄືແຕ່ກ່ອນ ຊອກຈຸດຖິ້ມຂີ້ເຫຍື່ອບ່ອນໃໝ່ກໍ່ພົບຂໍ້ຫຍຸ້ງ
ຍາກ ເພາະເມືອງວັງວຽງຈຸດໃດກໍ່ໃກ້ກັບແຫຼ່ງນ້ຳ ໄລຍະມໍ່ໆມານີ້ເຫັນວ່າມີຄວາມເປິເປືອນຈາກສະໜາມຂີ້ເຫຍື່ອໄດ້ສົ່ງກິ່ນເໜັນອອກມາສູ່ບ້ານເຮືອນປະ
ຊາຊົນ ແລະ ຍາມຝົນຕົກກໍ່ເຊາະໄຫຼລົງຕາມແຫຼ່ງນ້ຳເຮັດໃຫ້ນ້ຳບໍ່ສະອາດ  ແລະ ມີສານເຄມີປົນຢູ່ກັບນ້ຳຫຼາຍຂຶ້ນ ຈາກສາເຫດນີ້ເອງສະຫາຍຫົວໜ້າພະ
ແນກວິທະຍາສາດ-ປະຫວັດສາດ ກອງພົນທີ I ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນຄວນມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມເປັນສິ່ງສຳຄັນ ການລົງ
ທຶນສ້າງຕັ້ງໂຮງຈັກໂຮງງານຄວນຄຳນຶງເຖີງບັນຫາສິ່ງແວດລ້ອມໄລຍະຍາວ ເພາະເຫັນວ່າເມືອງວັງ ວຽງມີແຫຼ່ງລາຍຮັບມະຫາສານຕໍ່ການທ່ອງທ່ຽວທຳ
ມະຊາດທີ່ສວຍງານ, ແຫຼ່ງນ້ຳທີ່ສະອາດຖືເປັນພື້ນຖານອັນ ດີໃຫ້ແກ່ການພັດທະນາປະເທດຊາດ ໂດຍສະເພາະການພັດທະນາເມືອງວັງວຽງແບບຍືນຍົງ.


ພັນຕີ ຮືເຮີ ຈະເລີນ ເຢຍປາວ ກ່າວຕໍ່ກອງປະຊຸມວຽກງານສິ່ງແວດລ້ອມຢູ່ເຂດພາກກາງ

     ໃນໂອກາດນີ້ ສະຫາຍ ພັນຕີ ຮືເຮີ ຈະເລີນ ເຢຍປາວ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ການທະຫານ ກອງບັນຊາການທະຫານແຂວງວຽງ
ຈັນ ກໍ່ໄດ້ກ່າວວ່າ ແຂວງວຽງຈັນມີເນື້ອທີ່ທັງໝົດ 22.655 ກິໂລຕາແມັດ, ມີປະຊາກອນ 480.619 ຄົນ ໂດຍລວມແລ້ວເຫັນວ່າຊັບພະຍາກອນທຳມະ
ຊາດຍັງຄົງອຸດົມ ສົມບູນ ແຕ່ອີງຕາມແຜນພັດທະນາເສດຖະກິດ, ສັງຄົມແຫ່ງຊາດ ແລະ ແຜນພັດທະນາເສດຖະກິດຂອງແຂວງເຮັດໃຫ້ມີການທຳການຜະ
ລິດການສຳປະທານໂຄງການຕ່າງໆ ການຕັດໄມ້ຊະຊາຍ ສາເຫດຍ້ອນການທຳການຜະລິດຂອງປະຊາຊົນ ແລະ ນັກທຸລະກິດ, ຍ້ອນຂາດຄວາມຮູ້ເທົ່າບໍ່ເຖີງ
ການ, ການຈູດເຜົາປ່າເພື່ອຂະຫຍາຍເຂດການຜະລິດ ແລະ ລ້າສັດ ຈາກສາເຫດນີ້ເອງປີຜ່ານມາຈິ່ງເຮັດໃຫ້ສະພາບອາກາດມີການປ່ຽນແປງກໍ່ໃຫ້ ເກີດມີ
ລົມພະຍຸ, ຝົນຕົກໜັກກໍ່ໃຫ້ເກີດນ້ຳຖ້ວມ ເຊິ່ງປີ 2013 ໄພພິບັດເກີດຂຶ້ນມີ 8 ເມືອງ, ມີ 127 ບ້ານ, ມີຜົນກະທົບ 3.852 ຄອບຄົວ ແລະ ມີຄົນເສຍ
ຊີວິດ 1 ຄົນ, ປີ 2014 ມີລົມພະຍຸລະດູແລ້ງພັດເຂົ້າເມືອງໂພນໂຮງ, ເມືອງວຽງຄຳ, ເມືອງແກ້ວອຸດົມ ເຮັດໃຫ້ຜົນລະປູກຂອງປະຊາຊົນເສຍຫາຍຢ່າງຫຼວງ
ຫຼາຍ, ບ້ານເຮືອນເປ່ເພ. ປີ 2016 ມີນ້ຳຖ້ວມຢູ່ເມືອງໝື່ນ ປະຊາຊົນມີຜົນກະທົບ 13 ບ້ານ, ມີ 248 ຄອບຄົວ ມີຜົນເສຍຫາຍຫຼວງຫຼາຍ ຈາກຜົນກະ
ທົບດັ່ງກ່າວກອງບັນຊາການທະຫານແຂວງວຽງຈັນ ຈິ່ງໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດຂຶ້ນ ເພື່ອກຽມຄວາມ
ພ້ອມສົມທົບກັບແຕ່ລະເມືອງທີ່ເກີດໄພທຳມະຊາດ ເພື່ອກອບກູ້ ແລະ ຊ່ວຍເຫຼືອປະຊາຊົນໄປສູ່ບ່ອນປອດໄພ, ຊ່ວຍເບິ່ງແຍງສຸຂະພາບ, ສ້ອມແປງເຮືອນ
ຊານ ແລະ ຊ່ວຍເຫຼືອດ້ານວັດຖຸອຸປະກອນເຄື່ອງໃຊ້ ເຄື່ອງບໍລິໂພກອຸປະໂພກທີ່ຈຳເປັນຈຳນວນໜຶ່ງ ໂດຍໄດ້ມອບໝາຍຄວາມຮັບຜິດຊອບໃຫ້ ກອງ ງໍ
432, ງໍ 614, ງໍ 102, ຄໍ 232 ແລະ ທະຫານເມືອງ 400 ສະຫາຍ ພ້ອມດ້ວຍລົດ 10 ຄັນ ເພື່ອປະກອບສ່ວນເຮັດສຳເລັດໜ້າທີ່ຕາມການມອບໝາຍ
ຂອງຂັ້ນເທິງ ເພື່ອໃຫ້ສົມກັບຄຳທີ່ວ່າ ກອງທັບກັບປະຊາຊົນປຽບດັ່ງປາກັບນ້ຳ.