ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານ ໄກສອນ ພົມວິຫານ ປິດການຮຽນ-ການສອນປະຈຳປີ 2018

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປິດຊຸດອົບຮົມໄລຍະສັ້ນໃຫ້ພະນັກງານຫຼັກແຫຼ່ງ ແລະ ການກໍ່ສ້າງພະນັກງານຢູ່ທີ່ສະໂມສອນວິທະ
ຍາຄານດັ່ງກ່າວ ໃນວັນທີ 28 ມິຖຸນາ 2018 ນີ້, ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງປົກຄອງ, ກົມກອງ, ຫ້ອງການ, ຄູ-ອາຈານ, ວິ
ຊາການແຕ່ລະພາກວິຊາທີ່ຜູ້ເຂົ້າອົບຮົມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານປິດການຮຽນ-ການສອນປະຈຳປີ 2018 ຢູ່ວິທະຍາຄານ ໄກສອນ ພົມວິຫານ

     ໃນພິທີ ພັນເອກ ຂວັນມິ່ງ ບິດາສັກ ຮອງຫົວໜ້າກົມອົບຮົມກໍ່ສ້າງວິທະຍາຄານ ໄກສອນ ພົມວິຫານ ໄດ້ຜ່ານບົດສະຫຼຸບ: ຜ່ານການຈັດຕັ້ງປະຕິບັດ
ແຜນການບຳລຸງ ແລະ ກໍ່ສ້າງນັກສຶກສາຢູ່ວິທະຍາຄານເຫັນໄດ້ວ່າແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າເອກະສານສົມທົບກັບການສົນທະນາແລກ
ປ່ຽນບົດຮຽນລະຫວ່າງນັກ ສຶກສາກັບນັກສຶກສາ, ນັກສຶກສາກັບຄູ-ອາຈານ, ພະນັກງານ, ເພື່ອຍົກລະດັບຄວາມຮູ້ເຂົ້າໃຈ, ສ້າງໄດ້ຈິນຕະ ນາການອັນໃໝ່,
ໃນການສຳນຶກກ່ຽວກັບທິດສະດີ-ຫຼັກການ, ທັດສະນະແນວຄິດການເມືອງ-ການບັນຊາ, ນຳພາແນວຄິດຕະຫຼອດຊຸດຮຽນສາມາດປ່ຽນຈິນຕະນາການ, ທຸກ
ຄົນຮັບຮູ້ ແລະ ເຂົ້າໃຈໜ້າທີ່ການເມືອງພ້ອມກັນຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ໃນນີ້້ຄູ-ອາຈານ, ພະນັກງານແມ່ນໄດ້ມີການຄຸ້ມຄອງແຜນ
ການອົບຮົມ, ແຜນການ-ແຜນວຽກ, ເນື້ອໃນເອກະສານການຮຽນ-ການສອນ, ກຳນົດເວລາຮຽນຕ່າງໆ, ຖືກຕ້ອງຕາມຂໍ້ກຳນົດ, ກົດລະບຽບ, ພາລະບົດ
ບາດ, ສາມາດໄດ້ຕາມຈຸດປະສົງຂອງໂຄງການຫຼັກສູດແຕ່ລະເປົ້າໝາຍທີ່ໄດ້ກຳນົດ, ໃນການຊີ້ນຳ-ຄຸ້ມຄອງການຈັດຕັ້ງກວດກາ-ປະຕິບັດແຜນການ, ຖ່າຍ
ທອດຄວາມຮູ້, ບາງບົດຮຽນພຶດຕິກຳ, ເປັນແບບຢ່າງທີ່ດີ, ໃນການຄົ້ນຄວ້າ, ສິດສອນແນະນຳ, ນຳປະຕິບັດຄົ້ນຄວ້າການຮຽນ, ມີຄຸນສົມບັດສິນທຳປະຕິ
ວັດໃນທັດສະນະອອກແຮງງານໃນໄລະຍະໃໝ່ ເຊິ່ງເປັນການປະກອບອັນສຳຄັນເຂົ້າໃນການປັບປຸງບູລະນະ ແລະ ປະຕິບັດແນວທາງຂອງພັກ-ລັດ ຂໍ້ກຳນົດ
ກົດລະບຽບຂອງກອງທັບຢ່າງເຄັ່ງຄັດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ-ການປ້ອງກັນ ແລະ ຕ້ານການຮຸກຮານຂອງສັດຕູແນໃສ່ປົກປັກຮັກ
ສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

     ນັກສຶກສາທີ່ໄດ້ສໍາເລັດການກໍ່ສ້າງລະບົບຍຸດທະບັ້ນຮົບ-ຍຸດທະສາດຊຸດທີ XIV ລະບົບ 1 ປີ ມີຈຳ ນວນ 30 ສະຫາຍ, ທິດສະດີມາກ-ເລນິນ ຊຸດ
ທີ X ລະບົບ 1 ປີ ມີ 30 ສະຫາຍ, ການທະຫານກອງພັນໃຫຍ່ ຊຸດທີ III ລະບົບ 1 ປີ ມີ 14 ສະຫາຍ, ການເມືອງກອງພັນໃຫຍ່ມີ 16 ສະຫາຍ, ການ
ທະຫານກອງພັນນ້ອຍຊຸດທີ III ລະບົບ 1 ປີ ມີ 15 ສະຫາຍ, ການເມືອງມີ 15 ສະຫາຍ, ນັກສຶກສາບໍາລຸງວຽກງານປ້ອງກັນພາຍໃນຊຸດທີ IV ລະບົບ 5
ເດືອນ ມີ 30 ສະຫາຍ, ບຳລຸງພາສາອັງກິດ ຊຸດທີ XI ລະບົບ 1 ປີ ມີ 20 ສະຫາຍ ແລະ ລະບົບກໍ່ສ້າງປະລິນຍາໂທການທະຫານ ຊຸດທີ IX ລະບົບ 2 ປີ
ມີ 10 ສະຫາຍ, ການເມືອງ ມີ 11 ສະຫາຍ, ພາສາຫວຽດນາມຊັ້ນສູງ ຊຸດທີ V ລະບົບ 3 ປີ ມີ 23 ສະຫາຍ ແລະ ພາສາອັງກິດຊັ້ນສູງ ຊຸດທີ XI ລະບົບ
3 ປີ ມີ 28 ສະຫາຍ ຕະຫຼອດໄລຍະຜ່ານມາສາມາດຕີລາຄາແບ່ງປະເພດໄດ້ ເກດ A ມີ 8 ສະຫາຍ, ເກດ B ບວກ ມີ 164 ສະຫາຍ, B ມີ 25 ສະຫາຍ,
C ບວກ 1 ສະຫາຍ, ເກດ C ມີ 44 ສະຫາຍ ນັກສຶກສາສຳເລັດສົກປີ 2018 ມີຈຳນວນ 242 ສະຫາຍ.

     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ເນັ້ນໜັກຕໍ່ພະນັກງານຫຼັກແຫຼ່ງ ແລະ ນັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້ວ່າ: ຈົ່ງພ້ອມກັນນຳ
ເອົາຜົນສຳເລັດໃນເບື້ອງຕົ້ນດ້ານທິດສະດີ-ຫຼັກການບົດຮຽນພຶດຕິກຳຕົວຈິງຈາກຄູ-ອາຈານຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະສອດຫ້ອຍເຂົ້າໜ້າທີ່ຕົວ
ຈິງຢ່າງມີຫົວຄິດປະດິດສ້າງຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ເສດຖະກິດ-ສັງຄົມໄດ້
ຮັບການພັດທະນາດີຂຶ້ນເທົ່າທຽມກັບສາກົນ.

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແມ່ນສະຖາບັນການສຶກສາຂັ້ນສູງດ້ານວຽກງານປ້ອງກັນຊາດຂອງກະຊວງປ້ອງກັນປະເທດ ເຊິ່ງແຕ່
ລະປີສາມາດບຳລຸງສ້າງນາຍທະຫານຫຼາຍລະດັບທັງພະນັກງານຫຼັກແຫຼ່ງຈາກຂອງຝ່າຍປົກຄອງເປັນຈຳນວນຫຼວງຫຼາຍ, ສາມາດຕອບສະໜອງໄດ້ກັບຄວາມ
ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່.