ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ຮັບຮອງ​ຄະນະ​ບໍລິຫານ​ງານ​ພັກກົມໃຫ່ຍພາລາ​ທິການ​ກອງທັບຄັ້ງທີ VI


ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ

     ໃນວັນທີ 26 ມິຖຸນາ 2020 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງພິທີປະກາດຮັບຮອງ ຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ ຄັ້ງທີ VI
ຂຶ້ນຢູ່ທີ່ສະໂມສອນກົມໃຫຍ່ພະລາທິການ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກໍາມະການຄະນະປະຈໍາ ພັກກະຊວງ, ຮອງລັດຖະ
ມົນຕີ ກະຊວງປ້ອງກັນປະເທດ, ມີຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ, ກົມຈັດຕັ້ງພັກ, ກົມພະນັກງານກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະ
ນະບັນຊາ ກົມກອງອ້ອມຂ້າງເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພັນເອກ ແສງມະນີວອນ ຄໍາມະນີ ກຳມະການຄະນະພັກກົມໃຫຍ່ ຫົວໜ້າ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ
ຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍ ການຮັບຮອງເອົາຄະນະພັກກົມໃຫຍ່ພະລາທິການກອງທັບສະໄໝທີ VI, ອີງຕາມກົດລະບຽບຂອງພັກປະຊາ ຊົນປະຕິວັດລາວ
ສະໄໝທີ X, ໝວດທີ V, ມາດຕາ 25 ວ່າດ້ວຍສະໄໝກອງປະຊຸມໃຫຍ່ຜູ້ແທນ ຫຼື ກອງປະຊຸມໃຫຍ່ສະມາຊິກພັກ ແລະ ອີງຕາມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງ
ວັນທີ 22/5/2020 ເລືອກຕັ້ງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບສະໄໝທີ VI, ໜັງສືສະເໜີສະບັບເລກທີ 023/ຄພກລ, ລົງວັນທີ 2/6/2020
ກ່ຽວກັບການຂໍອະນຸມັດຮັບຮອງເອົາຄະນະພັກ ກົມໃຫຍ່ພະລາທິການກອງທັບສະໄໝທີ VI, ກະຊວງປ້ອງກັນປະເທດ ຕົກລົງຮັບຮອງເອົາ ຄະນະພັກກົມໃຫຍ່ພະລາທິການ
ກອງທັບ ສະໄໝທີ VI ຈໍານວນ 15 ສະຫາຍ ແລະ ຄະນະປະຈໍາພັກກົມໃຫຍ່ພະລາທິການກອງທັບ 5 ສະຫາຍ, ຕົກລົງຮັບຮອງເອົາເລຂາ-ຮອງເລຂາຄະນະພັກ ກົມໃຫຍ່
ພະລາທິການກອງທັບ 2 ສະຫາຍ ແລະ ຮັບຮອງເອົາປະທານ, ຮອງປະທານກວດກາພັກ 3 ສະຫາຍ.

     ເພື່ອສືບຕໍ່ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນສະເພາະໜ້າ ແລະ ຍາວນານ. ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກໍາມະການຄະນະປະຈໍາພັກກະຊວງ, ຮອງ
ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນ ແລະ ຮຽກຮ້ອງໃຫ້ ຄະນະບໍລິຫານງານພັກ ກົມໃຫຍ່ພະລາທິກອງທັບຊຸດໃໝ່ນີ້, ກ່ອນອື່ນຄະນະພັກ-ຄະນະບັນຊາຕ້ອງ
ຮັກສາໄດ້ຄວາມສາມັກຄີເປັນເອກະພາບພາຍໃນພັກ, ປະຕິບັດແບບແຜນວິທີເຮັດ ວຽກງານຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ນຳພາເປັນໝູ່ຄະນະ, ມອບໃຫ້
ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ, ປະຕິບັດກົດລະບຽບຂອງພັກ ກົດໝາຍຂອງລັດ, ຂອງກອງທັບ ແລະ ທຸກມະຕິຄໍາສັ່ງ ແຈ້ງການຂອງຂັ້ນເທິງວາງອອກຢ່າງເຂັ້ມ
ງວດ, ຕັ້ງໜ້າບຸກບືນເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຄົ້ນຄວ້າຮ່ໍາຮຽນວຽກງານຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາຊົນ, ຈິງໃຈຊ່ວຍເຫຼືອຖອດຖອນບົດຮຽນ
ເຊິ່ງກັນ ແລະ ກັນ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ ກໍຄືຂອງກອງທັບ, ເອົາໃຈໃສ່ໃນການດໍາເນີນຊີວິດການເມືອງແຕ່ລະໄລຍະໃຫ້ເປັນ
ປົກກະຕິ, ຖືເອົາການຕໍານິຕິຊົມເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ຫຼີກເວັ້ນແນວຄິດອັກຄະຕິໂຄ່ນລົ້ມກັນ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ຕິດພັນ
ກັບມະຫາຊົນກົມກອງ ຂອງຕົນຢູ່ສະເໝີ, ກໍາແໜ້ນໜ້າທີ່ການເມືອງຂອງກົມກອງ, ຂອງກອງທັບແຕ່ລະໄລຍະ, ໂດຍອີງໃສ່ບັນດາແຜນງານໂຄງການຈຸດສຸມຂອງ ກະຊວງ
ປ້ອງກັນປະເທດວາງ ອອກເພື່ອຈັດຕັ້ງຜັນຂະຫຍາຍເປັນແຜນການລະອຽດ, ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ຖືກກັບທິດນໍາ ແລະ ຫຼັກການຂອງພັກ, ກໍ່ສ້າງກົມ ກອງປອດ
ໃສ ປອດໄພ, ປອດຄະດີ ຕິດພັນກັບການກໍ່ສ້າງກອງ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສ້າງເປັນກົມກອງວັດທະ ນະທໍາ, ນັກຮົບວັດທະນະທໍາ. ພ້ອມກັນນັ້ນ, ກໍຕ້ອງໄດ້
ເອົາໃຈ ໃສ່ກໍ່ສ້າງພະນັກງານ 3 ຮຸ່ນ ໃຫ້ໄດ້ມາດຖານ, ຫຼັກແຫຼ່ງ, ປ່ຽນແທນ ແລະ ສືບທອດ, ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃນຖັນ
ແຖວພະນັກງານ-ສະມາຊິກພັກ, ນັກຮົບໃນທົ່ວກົມໃຫຍ່ພະລາທິການກອງທັບ ເປັນກົກສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານຂອງກົມກອງ, ສ້າງແນວຄິດ, ສະຕິນ້ໍາໃຈ
ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມອາດສາມາດຂອງກົມກອງ, ປົກປັກຮັກສາພາຫະນະເຕັກນິກ, ເງິນຄໍາຊັບສົມ
ບັດຕ່າງໆຂອງລວມໝູ່, ນໍາໃຊ້ໃຫ້ຖືກກັບເປົ້າໝາຍ, ຖືກຕາມລະບຽບຫຼັກການ, ປະຢັດມັດທະຍັດ ແລະ ປັບປຸງບູລະນະການຈັດຕັ້ງນໍາພາ-ບັນຊາຂອງຕໍາແໜ່ງງານໃຫ້
ແທດເໝາະກັບໜ້າທີ່ວຽກງານຕົວຈິງ ຂອງພະນັກງານເພື່ອສາມາດຕອບສະໜອງກັບໜ້າທີ່ການເມືອງ ໃນໄລຍະໃໝ່ຂອງກອງທັບ.