ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານການແພດກອງທັບ ຜ່ານຫຼັກສູດ​ປະລິຍາ​ໂທ​ການ​ແພດ​


ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ

     ວັນທີ 24 ກໍລະກົດ ນີ້, ວິທະຍາຄານການແພດກອງທັບ ໄດ້ຈັດຕັ້ງຜ່ານໂຄງການຫຼັກສູດລະດັບປະລິນຍາໂທ ການແພດພື້ນຖານສາຂາການແພດໜ້າທີ່ການ ຢູ່ທີ່ຕຶກ
ອໍານວຍການ ວິທະຍາຄານການແພດກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີບັນດາກົມ, ກົມກອງອ້ອມຂ້າງ, ສະຖາບັນ, ໂຮງໝໍ, ຫ້ອງການ, ພະແນກການ, ພະນັກງານ-ຄູອາຈານ ແລະ ຜູ້ຊ່ຽວຊານ
ເຂົ້າຮ່ວມ.

     ສະຫາຍ ພັນໂທ ປທ ຈັນພອນ ພົນຫາວົງ ຄະນະອຳນວຍການ ວິທະຍາຄານການແພດກອງທັບ, ໄດ້ຜ່ານໂຄງການຫຼັກສູດກໍ່ສ້າງແພດລະດັບປະລິນຍາໂທ ການແພດ
ພື້ນຖານສາຂາການແພດໜ້າທີ່ການລະບົບ 3 ປີ, ມີເນື້ອໃນຫຼັກສູດປະກອບມີ 3 ໝວດວິຊາ ຄື: ໝວດວິຊາບັງຄັບ ມີ 52 ໜ່ວຍກິດ, ໝວດວິຊາເລືອກ ມີ 4 ໜ່ວຍກິດ
ແລະ ບົດວິທະຍານິພົນ ມີ 18 ໜ່ວຍກິດ ລວມທັງໝົດ 74 ໜ່ວຍກິດລວມທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍອີງຕາມແຜນຍຸດທະສາດກໍ່ສ້າງ ແລະ ປັບ
ປຸງບຸກຄະລາກອນ ທົ່ວເຫຼົ່າຮົບເສນາຮັກ ໃຫ້ນັບມື້ມີຄວາມເຂັ້ມແຂງຮອບດ້ານ, ແນໃສ່ເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວພ້ອມດຽວກັນນັ້ນ ໂຄງການຂອງ
ຫຼັກສູດນີ້ ຍັງໄດ້ມີການຮ່ວມມືກັບ ວິທະຍາຄານການແພດ ສສ ຫວຽດນາມ ໃນການສ້າງ ແລະ ພັດທະນາຫຼັກສູດການຮຽນ-ການສອນ ທີ່ໄດ້ຈັດຕັ້ງປະຕິບັດສໍາເລັດຂັ້ນ
ພື້ນຖານ ແລະ ການກະກຽມດ້ານເນື້ອໃນ ແລະ ດ້ານອື່ນໆ ໃຫ້ມີຄວາມພ້ອມໂດຍພື້ນຖານເພື່ອປະຕິບັດໃຫ້ໄດ້ຮັບໝາກຜົນຕາມເປົ້າໝາຍ ທີ່ວາງໄວ້.

     ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ, ຕະຫຼອດຮອດນັກວິຊາການ ແລະ ຜູ້ຊ່ຽວຊານຈົ່ງພ້ອມກັນສຸມທຸກສະ
ຕິປັນຍາຄົ້ນຄວ້າແລກປ່ຽນແຜນການໂຄງການຫຼັກສູດໃຫ້ມີເນື້ອໃນດີຂື້ນ ເພື່ອຈະໄດ້ນໍາໃຊ້ເຂົ້າໃນການປະຕິບັດການຮຽນ-ການສອນ ໃຫ້ໄດ້ຮັບ  ໝາກຜົນດີ ແລະ ເພື່ອ
ນຳເອົາບົດຮຽນຫຼັກສູດດັ່ງກ່າວນີ້ໝູນໃຊ້ເຂົ້າໃນການກໍ່ສ້າງເຫຼົ່າຮົບເສນາຮັກຂອງກອງທັບ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.