ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ​ກົມ​ໃຫຍ່​ພະລາທິການ​ກອງທັບ​ປະຊາຊົນ​ລາວ
ສຳ​ເລັດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ ສສ ຫວຽດນາມ


ຄະນະ​ຜູ້​ແທນ​ກົມ​ໃຫຍ່​ພະລາທິການ​ກອງທັບ​​ເດີນທາງ​ຢ້ຽມຢາມ ​ແລະ ເຮັດ​ວຽກຢູູ່ ສສ ຫວຽດນາມ

     ໃນລະຫວ່າງວັນທີ 21- 26 ສິງຫາ 2017 ຜ່ານມານີ້, ຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ນຳໂດຍສະຫາຍ ພົນຕີ ປອ ວົງ
ຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ
ແລະ ເຮັດວຽກກັບກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພົນຕີ ເຍືອງ ວັນ ຣາ ຫົວໜ້າ
ກົມໃຫຍ່ພະລາທິການກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ.

     ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້, ທັງສອງຝ່າຍໄດ້ພົບປະແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນກ່ຽວກັບວຽກງານຮັບປະກັນ ພະ ລາທິການຂອງສອງກອງທັບ, ພ້ອມກັນສະຫຼຸບຕີລາຄາໝາກຜົນການພົວພັນຮ່ວມມືໃນໄລຍະຜ່ານມາ, ປຶກສາຫາລື ແລະ ເປັນເອກະພາບກັນໃນການ ຈັດ
ຕັ້ງປະຕິບັດແຜນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ລະບຸໄວ້ໃນແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ປະຈຳປີ 2017 ກໍຄືທິດທາງແຜນການຮ່ວມມືໃນຊຸມປີຕໍ່ໜ້າ, ນອກຈາກນັ້ນ ຄະນະຍັງໄດ້ເຂົ້າຢ້ຽມຂ່ຳນັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ເຄື່ອນໄຫວຢ້ຽມຢາມບາງກົມກອງ, ພື້ນຖານການຜະລິດ, ໂຮງຈັກ, ໂຮງງານ, ສາງຄັງຈຳນວນໜື່ງຂອງກອງທັບປະຊາຊົນຫວຽດນາມ.

     ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນລາວຄັ້ງນີ້ ກໍແມ່ນເຫດການໜຶ່ງທີ່ສຳຄັນ ປະ
ກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ລາວ-ຫວຽດນາມ ນັ້ນຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ
55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມຄົບຮອບ 40 ປີ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ
ພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບປະຊາຊົນທັງສອງຊາດເວົ້າລວມ, ເວົ້າສະເພາະສອງເຫຼົ່າຮົບພະລາທິການກອງທັບ
ລາວ-ຫວຽດນາມ.