ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະສະພາບໍລິຫານງານ
ແລະ ເຈົ້າໜ້າທີ່ອາວຸໂສຂັ້ນສູງບໍລິສັດໄຊນາທາວເວີ


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະສະພາບໍລິຫານງານ ແລະ ເຈົ້າໜ້າທີ່ອາວຸໂສຂັ້ນສູງບໍລິສັດໄຊນາທາວເວ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະສະພາບໍລິຫານງານ ແລະ ເຈົ້າໜ້າທີ່ອາວຸໂສ
ຂັ້ນສູງຂອງບໍລິສັດໄຊນາທາວເວີ ແຫ່ງ ສປ ຈີນ ນຳໂດຍ ທ່ານ ກູ ຊ້ຽວ ໝິງ ຮອງປະທານບໍລິສັດໄຊນາທາວເວີ ພ້ອມດ້ວຍຄະນະຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ
ໃນຕອນບ່າຍວັນທີ 28 ສິງຫາ 2018 ນີ້, ເນື່ອງໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາເພື່ອເຊັນສັນຍາຮ່ວມທຸລະກິດກັບກົມເສດຖະກິດກະຊວງປ້ອງກັນປະເທດ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ກູ ຊ້ຽວ ໝິງ ຮອງປະທານບໍລິສັດໄຊນາທາວເວີ ພ້ອມທັງໄດ້ຕີລາ
ຄາສູງຕໍ່ສາຍພົວພັນຮ່ວມມືຂອງສອງຊາດ, ສອງກອງທັບ ລາວ-ຈີນ ທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ຫວັງຢ່າງຍິ່ງວ່າການເດີນທາງມາເພື່ອເຊັນສັນຍາຮ່ວມທຸລະກິດ
ກັບກົມເສດຖະກິດກະຊວງປ້ອງກັນປະເທດຂອງຄະນະສະພາບໍລິຫານງານ ແລະ ເຈົ້າໜ້າທີ່ອາວຸໂສຂັ້ນສູງຂອງບໍລິສັດໄຊນາທາວເວີຄັ້ງນີ້ ຈະເປັນການເສີມຂະຫຍາຍການ
ພົວພັນຮ່ວມມື ລາວ-ຈີນ ທີ່ເປັນມູນເຊື້ອໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ, ພ້ອມນີ້ກໍເພື່ອເປັນການເສີມຂະຫຍາຍ 1 ແລວທາງ 1 ເສັ້ນທາງຂອງ ສປ ຈີນ ໃຫ້ບັນລຸໝາກ
ຜົນສູງ.

     ທ່ານ ກູ ຊ້ຽວ ໝິງ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ກ່າວລາຍງານ
ເຖິງພາລະບົດບາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດໄຊນາທາວເວີໃນໄລຍະທີ່ຜ່ານມາ ພ້ອມທັງກ່າວຈຸດປະສົງຂອງການເດີນທາງມາ ສປປ ລາວ ຂອງຄະນະ
ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າການຮ່ວມມືທາງດ້ານທຸລະກິດ ລະຫວ່າງ ບໍລິສັດໄຊນາທາວເວີ ກັບ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈະບັນລຸຜົນສຳເລັດສູງ.