ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງບາງຕຳແໜ່ງ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ

     ພິທີປະກາດການຈັດຕັ້ງຢູ່ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 26 ກັນຍາ 2017 ນີ້ ໂດຍພາຍໃຕ້ການ
ເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຫົວໜ້າຄະນະຈັດຕັ້ງນະ
ຄອນຫຼວງວຽງຈັນ, ກົມພະນັກງານ, ກົມເຕັກນິກ, ຄະນະພັກ-ຄະນະບັນຊາ-ພະແນກການທີ່ກ່ຽວຂ້ອງ ແລະ ກົມກອງອ້ອມຂ້າງທີ່ຂຶ້ນ ກັບກອງບັນຊາການ
ທະຫານນະຄອນຫຼວງວຽງຈັນເຂົ້າຮ່ວມ.


ພົນຕີ ສອນທອງ ພົມລາວົງ ເປັນປະທານປະກາດການຈັດຕັ້ງ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ

     ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ແລະ ເປັນການປັບ
ປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນໃນຮອບດ້ານເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາ
ປະເທດຊາດ ກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງແຕ່ງຕັ້ງໃຫ້ສະຫາຍ ພັນໂທ ບົວເງິນ ຫົງໄຂຄຳ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການ
ເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ແຕ່ງຕັ້ງ ພັນໂທ ວົງຈິດ ໄພສະຫວ່າງ ອະດີດຫົວໜ້າຫ້ອງການບໍລິຫານ ວິທະຍາຄານເຕັກນິກ
ການທະຫານມາຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກອງບັນຊາການ ທັງເປັນຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານນະຄອນຫຼວງວຽງຈັນ.

     ໃນໂອກາດນີ້ ພົນຕີ ສອນທອງ ພົມລາວົງ ໄດ້ໃຫ້ການໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງພາລະບົດບາດການຊີ້ນຳ-ນຳພາບັນ
ຊາຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ, ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ, ເອົາໃຈ
ໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຂັ້ມແຂງ, ມີຄວາມສາມັກຄີ ໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນຳພາເຮັດວຽກລວມສູນປະຊາທິປະ
ໄຕເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ພັກ-ລັດກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນ
ຢ່າງດີ.