ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາຖະກະຖາວັນມະຫາປະຕິວັດເດືອນຕຸລາຣັດເຊຍ ຄົບຮອບ 100 ປີ

     ກະຊວງປ້ອງກັນປະເທດຈັດຕັ້ງປາຖະກະຖາເນື່ອງໃນໂອກາດລະນຶກວັນມະຫາປະຕິວັດເດືອນຕຸລາ ຣັດເຊຍ ຄົບຮອບ 100 ປີ ຂຶ້ນ ຍູ່ທີ່ສະໂມສອນກົມ
ໃຫຍ່ເສນາທິການ ໃນຕອນເຊົ້າວັນທີ 28 ພະຈິກນີ້, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດ
ຖະມົນຕີກະຊວງປ້ອງກັນປະເທດ, ມີພັນເອກ ອາເລັກເຊ ໂກໂວຣົບ ທີ່ປຶກສາທູດຝ່າຍທະຫານ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ຄະນະນຳກະຊວງ, ກົມ
ໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ກົມກອງ-ຫ້ອງການ ຕະຫຼອດພະນັກ ງານຫຼັກແຫຼ່ງເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານປາຖະກະຖາວັນມະຫາປະຕິວັດເດືອນຕຸລາຣັດເຊຍ ຄົບຮອບ 100 ປ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ປາຖະກະຖາທົບທວນຄືນການກຳເນີດເກີດຂຶ້ນຂອງການປະຕິວັດເດືອນຕຸລາ ຣັດເຊຍ, ຫວນຄືນເຖິງມູນ
ເຊື້ອຕໍ່ສູ້ອັນເດັດດ່ຽວໜຽວແໜ້ນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຣັດເຊຍ ໂດຍມີພັກໂບນເຊວິກ ແລະ ທ່ານ ເລນິນ ເປັນຜູ້ນຳໜ້າ
ຈົນສາມາດຍຶດອຳນາດ ແລະ ສ້າງຕັ້ງລັດສັງຄົມນິຍົມລັດທຳອິດໃນໂລກ ເຊິ່ງເປັນຂີດໝາຍອັນສຳຄັນທີ່ບໍ່ມີວັນຫຼົງລືມໄດ້, ເຊິ່ງເປັນລັດຂອງຊົນຊັ້ນກຳມະ
ກອນ ແລະ ຊາວຜູ້ອອກແຮງງານຣັດເຊຍ. ການປະຕິວັດຣັດເຊຍບໍ່ແມ່ນເຫດການເກີດຂຶ້ນແບບບັງເອີນມັນເປັນກົດເກນທີ່ຕ້ອງເປັນໄປຂອງສັງຄົມມະນຸດ
ເພາະໃນໄລຍະນັ້ນຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຖືກຊົນຊັ້ນນາຍທຶນກົດຂີ່ຂູດຮີດຢ່າງໜັກໜ່ວງ ເຫັນສະພາບການຄືແນວນັ້ນ ທ່ານ ເລ
ນິນ ແລະ ພັກໂບນເຊວິກ ຈຶ່ງໄດ້ສຶກສາອົບຮົມ ແລະ ປຸກລະດົມຊົນຊັ້ນກຳມະກອນຊາວນາ, ຊາວຜູ້ອອກແຮງງານ ແລະ ກອງທະຫານລຸກຮືຂຶ້ນໂຄ່ນລົ້ມອຳ
ນາດນາຍທຶນ ແລະ ພະເຈົ້າຊາຣັດເຊຍ ພາຍຫຼັງການສຳເລັດການປະຕິ ວັດເດືອນຕຸລາຣັດເຊຍບໍ່ພໍເທົ່າໃດ ພວກນາຍທຶນປະຕິການພາຍໃນກໍສົມຮູ້ຮ່ວມ
ຄິດກັບ 14 ປະເທດ ນາຍທຶນບຸກໂຈມຕີຣັດເຊຍລັດສັງຄົມນິຍົມທີ່ໜຸ່ມນ້ອຍໃຫ້ຕາຍແຕ່ຫົວທີ, ແຕ່ທ່ານ ເລນິນ ແລະ ພັກໂບນເຊວິກ ໄດ້ນຳພາປະຊາ
ຊົນຕໍ່ສູ້ກັບສັດຕູຈົນໄດ້ຮັບໄຊຊະນະ ສາມາດຮັກສາອຳນາດໂຊວຽດໄວ້ໄດ້ ການປະຕິວັດເດືອນຕຸ ລາໄດ້ຮັບໄຊຊະນະສາມາດເວົ້າໄດ້ວ່າແມ່ນໄຊຊະນະຂອງ
ລັດທິມາກ-ເລນິນ, ຈາກທິດສະດີໄດ້ກາຍເປັນພຶດຕິກຳຕົວຈິງ.

     ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍັງກ່າວເຖິງຜົນສະທ້ອນຂອງມະຫາປະຕິວັດເດືອນຕຸລາ ຣັດເຊຍ ແລະ ການຊ່ວຍເຫຼືອຂອງອະດີດສະຫະ
ພາບໂຊວຽດຕໍ່ລາວເຮົາ, ໂດຍກ່າວເຖິງຂະບວນການຕໍ່ສູ້ຂອງປະຊາຊົນລາວຕ້ານກັບພວກລ່າເມືອງຂຶ້ນຜູ້ຮຸກຮານທີ່ບໍ່ໄດ້ຮັບໄຊຊະນະ ອັນເນື່ອງມາຈາກ
ຂາດທິດສະດີນຳພາ ຫຼື ບໍ່ທັນມີພັກແບບໃໝ່ຂອງຊົນຊັ້ນກຳມະກອນນຳພາ, ແຕ່ຕໍ່ມາພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະ ຄະນະພັກ
ແຄວ້ນລາວນຳພາໂດຍກົງປະຊາຊົນລາວບັນດາເຜົ່າໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຂະບວນຕໍ່ສູ້ຂອງປະຊາຊົນລາວ ກໍຄືຂະບວນການຕໍ່ສູ້ຂອງ
ປະຊາຊົນ 3 ຊາດອິນດູຈີນ ຈຶ່ງໄດ້ຮັບໄຊຊະນະເປັນ ກ້າວໆມານັ້ນ, ກໍຍ້ອນພັກເຮົາໄດ້ກຳແໜ້ນ ແລະ ຮູ້ໝູນໃຊ້ທິດສະດີມາກ-ເລນິນ ເຂົ້າສູ່ສະພາບຕົວ
ຈິງຂອງປະເທດເຮົາຢ່າງປະດິດສ້າງ, ສົມທົບກັບລັດທິຮັກຊາດ, ຈິດໃຈເປັນເອກະລາດ ເປັນເຈົ້າຕົນເອງ ແລະ ການສະໜັບສະໜູນຂອງບັນດາປະເທດ
ສັງຄົມນິຍົມອ້າຍນ້ອງ, ເປັນຕົ້ນແມ່ນການຮ່ວມສຳພັນສູ້ຮົບ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ, ສະຫະພາບໂຊວຽດ, ສປ ຈີນ ແລະ ປະເທດສັງຄົມ
ນິຍົມອື່ນໆ, ຈຶ່ງເຮັດໃຫ້ພາລະກິດປະຕິວັດລາວສຳເລັດຜົນກ້າວຂຶ້ນປົດປ່ອຍຊາດ ແລະ ສະຖາປະນາປະເທດເປັນ ສປປ ລາວ ຢ່າງສົມບູນ ໃນປີ 1975.

     ລັດທິສັງຄົມນິຍົມໄດ້ເກີດຂຶ້ນ ແລະ ຄົງຕົວມາເປັນເວລາດົນນານ ແລະ ໄດ້ສ້າງໂລກພວກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງຕະຫຼອດມາ. ສະຫະພາບໂຊ
ວຽດ ແລະ ລັດທິສັງຄົມນິຍົມເອີຣົບຕາເວັນອອກລົ້ມລະລາຍ, ແຕ່ບໍ່ ໝາຍຄວາມວ່າສັງຄົມນິຍົມທັງໝົດຈະລົ້ມລະລາຍ, ບໍ່ໝາຍວ່າຄຸນຄ່າຂອງການ
ປະຕິວັດເດືອນຕຸລາ ຣັດເຊຍ ຈະສູນຫາຍໄປ. ໃນຕົວຈິງຍັງມີປະເທດສັງຄົມນິຍົມຈຳນວນຫຼາຍປະເທດສັງຄົມນິຍົມທີ່ຍັງຄົງໝັ້ນແກ່ນ ແລະ ຂະຫຍາຍ
ຕົວໄວ ແລະ ຮອບດ້ານ ແລະ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດເຕີບໂຕ ແລະ ເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ເຂັ້ມ
ແຂງບົນເສັ້ນທາງປ່ຽນແປງໃໝ່ຂອງຕົນ, ເຊິ່ງບັນດາປະເທດສັງຄົມນິຍົມທີ່ຍັງຄົງຕົວເຫຼົ່ານີ້ລ້ວນແຕ່ຍຶດໝັ້ນຄຸນຄ່າຂອງການປະຕິວັດເດືອນຕຸລາ ແລະ
ລັດທິມາກ-ເລນິນ ຢ່າງແໜ້ນໜຽວເຂັ້ມແຂງ.