ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນພົນເອກ ແລະ ພົນໂທ ໃຫ້ກຳລັງປ້ອງກັນຄວາມສະຫງົບ


     ວັນທີ 25 ພະຈິກ 2021 ນີ້, ຢູ່ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດ ເລື່ອນຊັ້ນນາຍຕຳຫຼວດຂັ້ນສູງ ຂອງກະຊວງປ້ອງ
ກັນຄວາມສະຫງົບ, ໂດຍການເຂົ້າຮ່ວມ ແລະ ປະດັບຊັ້ນຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ
ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຈັດຕັ້ງສູນກາງ, ຫ້ອງ
ວ່າການສູນກາງພັກ, ຫ້ອງວ່າການປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນ
ດາພະນັກງານຫຼັກແຫຼ່ງຂອງກະຊວງປ້ອງກັນຄວາມສະຫງົບ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

     ທ່ານ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດຂອງປະທານ
ປະເທດ ວ່າດ້ວຍການເລື່ອນຊັ້ນ ນາຍຕໍາຫຼວດຊັ້ນພົນໂທ ຂຶ້ນຊັ້ນ ພົນເອກ ອີງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015), ອີງຕາມ
ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ 2017) ແລະ ອີງຕາມ ໜັງສືສະເໜີ ຂອງນາຍົກລັດຖະມົນຕີ ສະບັບເລກທີ
103/ນຍ, ດັ່ງນັ້ນຈຶ່ງ ໄດ້ຕົກລົງເລື່ອນຊັ້ນ ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຂຶ້ນເປັນຊັ້ນ ພົນເອກ ແລະ ຕົກ
ລົງເລື່ຶອນຊັ້ນໃຫ້ ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຂຶ້ນເປັນຊັ້ນ ພົນໂທ.

     ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມດີໃຈ ແລະ ຮູ້ບຸນຄຸນມາຍັງການຈັດຕັ້ງພັກ-ລັດຖະບານ ໄດ້ມອບຊັ້ນຕໍາແໜ່ງອັນສູງສົ່ງນີ້ໃຫ້
ເຊິ່ງມັນມີຄວາມໝາຍຫາອັນປຽບບໍ່ໄດ້ໃນຊີວິດ, ເຊິ່ງຜົນງານ ອັນໄດ້ມານີ້ ແມ່ນຜົນງານລວມ ຂອງການຈັດຕັ້ງທຸກຂັ້ນ, ແມ່ນ ການອຸ້ມຊູຊ່ວຍເຫຼືອຈາກ
ການ ຈັດຕັ້ງຂັ້ນເທິງ. ພິເສດແມ່ນຄະນະລັດຖະມົນຕີ ແລະ ການນໍາ ກະຊວງ. ໃນຕໍ່ໜ້າແມ່ນຈະຮັກສາມູນເຊື້ອຄວາມສາມັກຄີ, ຈະເພີ່ມທະວີຄວາມຮັບ
ຜິດຊອບ ທາງດ້ານການເມືອງ, ເດັດຂາດຈະບໍ່ຜິດຕໍ່ແນວທາງນະໂຍບາຍຂອງພັກ, ຈະເອົາໃຈໃສ່ແບບແຜນ ວິທີເຮັດວຽກໃຫ້ຖືກຕ້ອງ, ຈະສຸມ ໃສ່ຮັກສາ
ລະບອບດໍາເນີນຊີວິດການເມືອງພາຍໃນພັກ, ຈະປັບປຸງ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການເມືອງ-ແນວ
ຄິດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ, ຈະສຸມໃສ່ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.

     ໂອກາດັ່ງກ່າວ, ສະຫາຍນາຍົກ ລັດຖະມົນຕີ ກໍໄດ້ໂອ້ລົມຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ຍາດມາ
ໄດ້ໃນໄລຍະຜ່ານມາ, ການປະກາດຊັ້ນຄັ້ງນີ້ ເປັນການ ຢັ້ງຢືນເຖິງຜົນງານ ກໍຄືການເຕີບ ໃຫຍ່ຂະຫຍາຍຕົວຂອງກໍາລັງ ປ້ອງກັນຄວາມສະຫງົບ, ທັງເປັນ
ການເຊື່ອໝັ້ນໄວ້ວາງໃຈຂອງ ພັກ-ລັດ ຕໍ່ກັບກໍາລັງປ້ອງກັນ ຄວາມສະຫງົບ ກໍຄື ບຸກຄົນການ ນໍາທັງສອງສະຫາຍ ທີ່ໄດ້ຮັບ ການເລື່ອນຊັ້ນໃໝ່, ເຊິ່ງອັນ
ພົ້ນ ເດັ່ນແມ່ນການເຮັດຫຼ້ອນໜ້າທີ່ ການເມືອງຂອງຕົນ ເປັນຕົ້ນແມ່ນ ການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນ ລະບຽບຮຽບ
ຮ້ອຍຂອງສັງຄົມ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມ, ພິເສດແມ່ນຄວາມສຳເລັດ ໃນການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍ ການແກ້ໄຂ ບັນຫາ
ຢາເສບຕິດ, ເຊິ່ງບໍ່ພໍເທົ່າໃດເດືອນມານີ້, ສາມາດຄົ້ນພົບ ແລະ ມ້າງຄະດີການນໍາເຂົ້າ, ການຜະລິດ ແລະ ຂົນສົ່ງຢາເສບຕິດ ລາຍໃຫຍ່ ຈັບໄດ້ບຸກຄົນກະ
ທໍາຜິດ ແລະ ຍຶດຢາບ້າ ໄດ້ຈໍານວນ ຫຼາຍທີ່ບໍ່ເຄີຍມີມາກ່ອນ. ຜົນສໍາເລັດດັ່ງກ່າວແມ່ນໝາກຜົນຂອງ ການຊີ້ນໍາ-ບັນຊາ ຂອງການນໍາ ຂັ້ນຕ່າງໆ ໃນການ
ຫັນເອົາມະຕິ ຂອງພັກແຜນການຂອງລັດຖະບານ ມາເປັນລະອຽດເຂົ້າໃນໜ້າທີ່ການເມືອງ ຂອງກໍາລັງປ້ອງກັນຄວາມສະຫງົບ. ໃນຕໍ່ໜ້ານີ້ຕ້ອງ ໄດ້ສືບຕໍ່
ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາ
ມະ ຕິຂອງສູນກາງພັກ ຄະນະກໍາມະການ ປກຊ-ປກສ ສູນກາງຜັນຂະຫຍາຍຫັນເປັນມະຕິ, ແຜນງານ ແລະ ໂຄງການຕົວຈິງ, ສືບຕໍ່ເອົາ ໃຈໃສ່ແບບແຜນ
ວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ຕ້ອງສູ້ຊົນສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕ້ອງດໍາເນີນການກວດກາຢ່າງເປັນປົກກະຕິ, ເອົາ
ໃຈໃສ່ສ້າງພະລາທິການກັບທີ່ຕາມເງື່ອນໄຂ ແລະ ເອົາໃຈໃສ່ປະຕິບັດໃຫ້ຖືກຕ້ອງຕາມມະຕິຂອງພັກກ່ຽວກັບການພົວພັນຮ່ວມມືກັບບັນດາປະເທດ ເພື່ອນ
ມິດ ຍຸດທະສາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/11/2021