ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ຕ້ອນຮັບຄະນະຜູ້ແທນ
ວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ

     ໃນຕອນບ່າຍຂອງວັນທີ 28 ມີນາ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພົນຈັດຕະວາ ເຈີ່ນ ຫວຽດ ຄວາ ກຳມະ
ການສູນກາງພັກ, ຜູ້ອຳນວຍການວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານປ້ອງ
ກັນຊາດ ໄກສອນ ພົມວິຫານ ເພື່ອແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະກັນ ທັງເປັນການເສີມສ້າງຄວາມສາມັກຄີພິເສດ ແລະການຮ່ວມມືຮອບ
ດ້ານລະຫວ່າງສອງກອງທັບປະຊາຊົນລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກັບ ວິທະ
ຍາຄານປ້ອງກັນຊາດ ສສ ຫວຽດນາມ.


ພົນຕີ ວິໄລ ຫຼ້າຄຳຟອງ ຕ້ອນຮັບຄະນະຜູ້ແທນວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ

     ສະຫາຍ ພົນຈັດຕະວາ ເຈີ່ນ ຫວຽດ ຄວາ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍຫົວໜ້າກົມໃຫຍ່ການເມືອງກອງ
ທັບປະຊາຊົນລາວ ພ້ອມທັງລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວ ແລະການພົບປະແລກປ່ຽນຖອດຖອນບົດຮຽນກັບວິທະຍາຄານປ້ອງກັນຊາດ ໄກສອນ
ພົມວິຫານ ເຊິ່ງວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ ຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານອຸປະກອນເຂົ້າໃນການສຶກສາພ້ອມນັກວິຊາການດ້ານເຕັກ
ນິກອື່ນໆ.

     ໃນໂອກາດນີ້, ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ກ່າວສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານ
ປ້ອງກັນຊາດ ໄກສອນ ພົມວິຫານ ຂອງຄະນະໃນຄັ້ງນີ້ ມີຄວາມໝາຍເລິກເຊິ່ງເພາະວ່າຢູ່ໃນຈຸດເວລາທີ່ສອງພັກ ສອງລັດ ສອງກອງທັບ ແລະປະຊາຊົນ
ສອງຊາດ ລາວ-ຫວຽດນາມ ພວມຫ້າງຫາກະກຽມສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ
ຫວຽດນາມ ຄົບຮອບ 40 ປີ ແລະວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ. ພ້ອມທັງອວຍພອນໃນການມາຢ້ຽມຢາມເຮັດ
ວຽກຂອງຄະນະຜູ້ແທນວິທະຍາຄານປ້ອງກັນຊາດຫວຽດນາມ ຈົ່ງປະສົບຜົນສຳເລັດຕາມແຜນການຄາດໝາຍທີ່ວາງໄວ້.