ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສສຊ ເຂດ 1 ນະຄອນຫຼວງວຽງຈັນ ພົບປະໂອ້ລົມນາຍທະຫານຢູ່ກະຊວງປ້ອງກັນປະເທດ

     ໃນວັນທີ 29 ມີນາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ທ່ານ ປອ ນາງ ພອນເພັດ ບຸບຜາ ຮອງປະທານກໍາມາທິການວັດທະນະ
ທໍາ-ສັງຄົມສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ມາພົບປະເຮັດວຽກຢູ່ກະ
ຊວງປ້ອງກັນປະເທດຢ່າງເປັນທາງການ ມີຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາຈາກບັນດາກົມກອງ, ຫ້ອງການ ພ້ອມດ້ວຍ
ພະນັກງານ-ນັກຮົບເຂົ້າຮ່ວມຕ້ອນຮັບ.


ທ່ານ ປອ ນາງ ພອນເພັດ ບຸບຜາ ພົບປະໂອ້ລົມນາຍທະຫານຢູ່ກະຊວງປ້ອງກັນປະເທດ

     ຈຸດປະສົງຂອງການມາຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ເພື່ອເປັນການເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ
ຊຸດທີ VIII ແລະຮັບຟັງການປະກອບຄຳເຫັນ, ຄຳສະເໜີ ຂອງບັນດາພະນັກງານຫຼັກແຫຼ່ງ ກໍຄືຜູ້ມີສິດເລືອກຕັ້ງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດ
ຖະກິດ-ສັງຄົມແຫ່ງລັດ ກໍຄືບັນຫາສັງຄົມຕ່າງໆ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະຂໍ້ຄົງຄ້າງບາງບັນຫາທີ່ລໍຖ້າ ການພິຈາລະນາ ແລະຮັບຮອງ
ຈາກສະພາແຫ່ງຊາດ.

     ໂອກາດດຽວກັນ, ທ່ານ ພົນຈັດຕະວາ ຜາລົມ ລິນທອງ ກໍາມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າໃຫ້ກະ
ຊວງປ້ອງກັນປະເທດຂຶ້ນມີຄຳເຫັນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະມະຕິກອງປະຊຸມ
ໃຫຍ່ ຄັ້ງທີ IX ຂອງຄະນະພັກກະຊວງປ້ອງກັນປະເທດ ໃນນີ້ທົ່ວກຳລັງປະກອບອາວຸດກອງທັບປະຊາຊົນລາວ ສຸມໃສ່ການຈັດຕັ້ງປະ ຕິບັດ 3 ໜ້າທີ່ໃຫຍ່
26 ໂຄງການຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອສືບຕໍ່ປັບປຸງກໍ່ສ້າງກອງທັບໃຫ້ເຂັ້ມແຂງໜັກແໜ້ນເທື່ອລະກ້າວ ແລະເຮັດສຳເລັດໜ້າ
ທີ່ປ້ອງກັນຊາດຢ່າງໜັກແໜ້ນ.