ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາ 3 ວັນປະຫວັດສາດ


ພັນເອກ ວຽງໄຊ ສົມວິຈິດ ເປັນປະທານປາຖະກະຖາ 3 ວັນປະຫວັດສາດ

     ໃນຕອນເຊົ້າຂອງວັນທີ 29 ມີນາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ ທີ່ສຳຄັນ:
ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 56 ປີ ແລະວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 42
ປີ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນ
ຊາກົມ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.


ພັນຕີ ສັນຕິ ດວງພູມມີ ຂຶ້ນຜ່ານວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 56 ປ

     ພັນຕີ ສັນຕິ ດວງພູມມີ ຮອງຫ້ອງການ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບ
ຮອບ 56 ປີ ສະຫາຍໄດ້ຍົກໃຫ້ເຫັນເຖີງຄວາມເປັນມາ ແລະມູນເຊື້ອແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ-ສປ ຈີນ, ການພົວ ພັນ,
ຮ່ວມມືລະຫວ່າງ ສປປ ລາວ ກັບ ສປ ຈີນ ກໍ່ຄືການຮ່ວມມືຊ່ວຍເຫຼືອຂອງ ສປ ຈີນ ແລະລາວ, ດ້ານການຄ້າ ແລະການລົງທຶນ, ດ້ານວັດທະນະທຳ-ສັງ
ຄົມ, ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ແລະການຮ່ວມມື ລາວ-ຈີນ.


ພັນໂທ ບົວໃສ ແສງສົມເພັດ ຂຶ້ນຜ່ານວັນປົດປ່ອຍພາກໃຕ້ຫວຽດນາມ ຄົຍຮອບ 42 ປີ

     ພັນໂທ ບົວໃສ ແສງສົມເພັດ ຮອງຫົວໜ້າພະແນກປະຫວັດສາດ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານວັນປົດປ່ອຍພາກໃຕ້
ຫວຽດນາມ ຄົຍຮອບ 42 ປີ ສະຫາຍໄດ້ຍົກໃຫ້ເຫັນເຖີງມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງຫວຽດນາມ, ຍຸດທະສາດ ແລະກົນອຸບາຍຂອງຈັກກະ
ພັດອາເມຣິກາທີ່ມີຕໍ່ຫວຽດນາມ, ການຕໍ່ສູ້ພິລະອາດຫານຂອງກອງທັບ ແລະປະຊາຊົນຫວຽດນາມຕ້ານການຄອບຄອງຂອງຈັກກະພັດອາເມຣິກາ ແລະ
ຄວາມໝາຍສຳຄັນຂອງໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ.


ພັນໂທ ອຳພອນ ພົມມາລາ ຂຶ້ນຜ່ານວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ

     ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານວັນສ້າງຕັ້ງກຳລັງປ້ອງກັນ
ຄວາມສະຫງົບປະຊາຊົນລາວ ສະຫາຍໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ທາດແທ້ ແລະມູນ
ເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແລະສືບຕໍ່ເສີມຂະຫຍາຍມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ.


ພັນເອກ ວຽງໄຊ ສົມວິຈິດ ໂອ້ລົມຕໍ່ພິທີປາຖະກະຖາ 3 ວັນປະຫວັດສາດທີ່ສຳຄັນ

     ໃນຕອນທ້າຍ ທ່ານ ພັນເອກ ວຽງໄຊ ສົມວິຈິດ ໄດ້ໂອ້ລົມຕໍ່ພິທີກ່ຽວກັບ 3 ວັນປະຫວັດສາດທີ່ສຳຄັນ ແລະໄດ້ຊີ້ທິດເຍືອງທາງໃນຫຼາຍບັນດາ
ວຽກງານ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທຸກຄົນສຶກສາອົບຮົມນຳເອົາເນື້ອໃນຈິດໃຈນີ້ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຂອງ
ຕົນ ແລະ ສ້າງກົມກອງໃຫ້ກາຍເປັນກົມກອງເຂັ້ມແຂງໜ່ວຍພັກຮອບດ້ານນັບມື້ນັບເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ.