ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົກສູງວຽກງານແນວຄິດ-ວັດທະນະທຳໃນໄລຍະໃໝ່ຂອງພັກ


ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມສະຫຼຸບຖອດຖອນ
ບົດຮຽນວຽກງານວິຊາສະເພາະໂຄສະນາປະຈໍາປີ 2017 ແລະວາງແຜນທິດທາງປີ 2018

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບ
ຖອດຖອນບົດຮຽນວຽກງານວິຊາສະເພາະໂຄສະນາປີ 2017 ໄດ້ໃຫ້ທິດຊີ້ນຳພະນັກງານຜູ້ທີ່ເຮັດວຽກງານແນວຄິດການເມືອງ-ວັດທະນະທຳກອງທັບ ຕ້ອງ
ເອົາໃຈໃສ່ສຶກສາ ອົບຮົມການເມືອງນຳພາແນວຄິດຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ທຸກສະຫາຍຕ້ອງ
ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງທັບ, ມີໄຫວພິກປະດິດສ້າງ ແລະ ໝູນໃຊ້ວຽກ
ງານດັ່ງກ່າວເຂົ້າສູ່ວຽກງານຕົວຈິງໃຫ້ສົມກັບພາລະບົດບາດ, ທີ່ເປັນກະບອກສຽງ ແລະ ອາວຸດອັນແຫຼມຄົມຂອງພັກ, ຂອງຄະນະພັກກະຊວງປ້ອງກັນປະ
ເທດ, ເປັນພາຫະນະສຶກສາອົບຮົມທີ່ມີຊີວິດຊີວາຂອງກອງທັບ, ສະນັ້ນຕ້ອງເອົາໃຈໃສ່ໂຄສະນາຂະບວນການສ້າງຜົນງານ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ
ຕ່າງໆທີ່ປິ່ນອ້ອມວັນບຸນປະຫວັດສາດສຳຄັນຕ່າງໆຂອງຊາດ-ຂອງພັກ ແລະ ຂອງກອງທັບໃຫ້ກວ້າງຂວາງ-ລຽນຕິດເພື່ອເປັນການປັບປຸງກໍ່ສ້າງກອງທັບໃຫ້
ເຕີບໃຫຍ່ເຂັັ້ມແຂງ ໂດຍຕິດແໜ້ນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະ ກິດ 5 ປີ ເທື່ອທີ VIII
ຂອງລັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ມີຂະບວນການຟົດຟື້ນກວ້າງຂວາງ, ຕັ້ງໜ້າໂຄສະນາອົບຮົມການ
ເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີນໍ້າໃຈຟົດຟື້ນປະຕິວັດ, ຂຸດຄົ້ນແນວຄິດຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ຮັກລະບອບໃໝ່,
ສ້າງໃຫ້ມີຄວາມອົດທົນພະຍາຍາມບົນຈິດໃຈບຸກທະລຸທີ່ວ່າ: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ກ້າເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນເຫັນ
ດີເຫັນພ້ອມນຳແນວທາງຂອງພັກເຮົາຢ່າງບໍ່ມີວັນປ່ຽນແປງ; ຢາກເຮັດໄດ້ຄືແນວນັ້ນບັນດາຄະນະພັກ-ຄະນະບັນຊາບັນດາກົມກອງຕ້ອງຍົກສູງຄວາມເປັນ
ເຈົ້າການຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ຍົກສູງຄວາມຮັບຜິດຊອບຕໍ່ອົງການຈັດຕັ້ງພັກ-ລັດ ກໍຄືຂັ້ນເທິງຂອງຕົນ, ເປັນແບບຢ່າງນຳໜ້າໃຫ້ແກ່
ທຸກຂົງເຂດວຽກງານ, ເອົາໃຈໃສ່ຊີ້ນຳ-ນຳພາການເມືອງນຳພາແນວຄິດຂອງພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງຍົກສູງຄວາມ
ຮັບຜິດຊອບຕໍ່ວຽກງານວິຊາສະເພາະຂອງຕົນ, ບໍ່ຖີ້ມຄວາມຮັບຜິດຊອບໃຫ້ຄົນອື່ນ, ຍົກສູງຫຼັກການລວມສູນປະຊາທິປະໄຕໃນການປະຕິບັດວຽກງານ
ເປັນເຈົ້າການປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ເຂັ້ມແຂງ, ສ້າງພະນັກງານໃຫ້ມີຄຸນນະພາບທາງດ້ານວິຊາສະເພາະ ແລະ ເອົາໃຈໃສ່ປັບປຸງພາຫະນະໂຄ
ສະນາໃຫ້ແຫຼມຄົມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກອງທັບເຮົາ.

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານວິຊາສະເພາະໂຄສະນາປະຈໍາປີ 2017 ແລະ ວາງແຜນທິດທາງ ປີ 2018 ຈັດຂຶ້ນວັນທີ 29 ມິນາ
2018 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງ
ກັນປະເທດ, ມີທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ,
ມີຄະນະນຳກະຊວງ-ກົມໃຫຍ່, ຄະນະພັກ-ຄະນະບັນຊາຜູ້ເຮັດວຽກງານແນວຄິດ-ວັດທະນະທຳເຂົ້າຮ່ວມ.

     ໃນກອງປະຊຸມ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຍົກໃຫ້
ເຫັນວ່າ: ວຽກງານວິຊາສະເພາະໂຄສະນາແມ່ນມີຄວາມສຳຄັນ ເປັນພາຫະນະອາວຸດອັນແຫຼມຄົມຂອງພັກຕໍ່ສະໜາມຮົບການເມືອງແນວຄິດໃນການຕອບ
ຕ້ານຕໍ່ອິດທິກຳລັງປໍລະປັກໃສ່ຮ້າຍປາຍສີຕໍ່ພັກ-ລັດເຮົາ ກໍຄືກອງທັບເຮົາ ສະນັ້ນວຽກງານວິຊາສະເພາະໂຄສະນາຈຶ່ງເປັນປັດໄຈພື້ນ ຖານໃນການສຶກສາອົບ
ຮົມ ແລະ ປຸກລະດົມເຮັດໃຫ້ປະຊາຊົນບັນດາເຜົ່າຮູ້ແຈ້ງຕໍ່ແນວທາງປ່ຽນແປງໃໝ່ຂອງພັກເຮົາ ແຕ່ເຖິງຢ່າງໃດກໍຕາມການເຮັດວຽກງານໂຄສະນາປຸກລະດົມ
ໃນກອງທັບ, ກໍຍັງເປັນລະບົບຕໍ່ເນື່ອງ ແລະ ສາມາດຕີລາຄາໄດ້ວ່າພະນັກງານ-ນັກຮົບໃນທົ່ວກອງທັບຍັງມີຄວາມຈູບຈ້າວຫ້າວຫັນຟົດຟື້ນປະຕິວັດ, ຈົ່ງ
ຮັກພັກດີຕໍ່ພັກຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຍັງເປັນກຳລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາປະເທດຊາດ, ທຸກເຫຼົ່າຮົບ, ທຸກກົມກອງຍັງຮັກ
ສາມູນເຊື້ອອັນພິລະອາດຫານ, ທົນທານໜຽວແໜ້ນ, ຜ່ານຜ່າອຸປະສັກນາໆປະການ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບວິໄນກອງທັບ ກຽມພ້ອມເຮັດ
ສຳເລັດໜ້າທີ່ວຽກງານຂອງຕົນຢ່າງມີປະສິດທິພາບ.