ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນ​ຕີກະຊວງ​ປ້ອງ​ກັນ​ປະ​ເທດ ລົງ​ກວດກາ​ສາງ ກ2


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ

     ວັນທີ 27 ມີນາ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະໄດ້
ລົງຕິດຕາມການບົວລະບັດຮັກສາພາຫະນະວັດຖຸເຕັກນິກຢູ່ສາງກົນຈັກ 2 ໂດຍໄດ້ຮັບຟັງການລາຍງານ ແລະ ວິທີການປົກປັກຮັກສາພາຫະນະວັດຖຸເຕັກນິກຈາກ ສະຫາຍ
ພັນເອກ ຊຽບລົບ ອັນເດຣ ຫົວໜ້າ ຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດ ເຊຍ ປະຈໍາລາວ.

     ພາຍຫຼັງທີ່ຮັບຟັງວິທີການປົກປັກຮັກສາພາຫະນະວັດຖຸເຕັກນິກແລ້ວ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຄວາມຍ້ອງຍໍຊົມເຊີຍ ຄະນະພັກ-ຄະນະ
ບັນຊາ, ພະນັກງານ-ນັກ ຮົບສາງ ກ2 ໃນການບົວລະບັດປົກປັກຮັກສາ, ສ ຣັດເຊຍ ທີ່ໄດ້ນໍາເອົາເຄື່ອງມືທີ່ທັນສະໄໝ ມານໍາໃຊ້ໃນການປົກປັກຮັກສາວັດຖຸ ເຕັກນິກ ເຊິ່ງ
ໃນໄລຍະຜ່ານ ສປປ ລາວ ການບົວລະບັດຮັກສາຍັງເປັນໄປແບບລວມໆ ພ້ອມນັ້ນຍັງໄດ້ເນັ້ນໜັກບັນຫາການສ້າງບຸກຄະລາກອນຖືວ່າເປັນວຽກງານສໍາຄັນທີ່ສຸດ, ເອົາ
ຜູ້ທີ່ມີຄວາມມັກຮັກກ່ຽວກັບເຕັກນິກວັດຖຸປະກອນໄປຮຽນທີ່ ສ ຣັດເຊຍ ອີກດ້ວຍ.