ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທູດ ມາເລເຊຍ ຄົນໃໝ່ເຂົ້າຢ້ຽມຂໍ່ານັບ

     ໃນຕອນເຊົ້າວັນທີ 29 ພຶດສະພາ 2017 ນີ້, ຢູ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ
ປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ໂມດ ໄອນີ ອາ ຕັນ (Mohd Aini Atan) ເນື່ອງໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະ
ລາດຊະທູດມາເລເຊຍຄົນໃໝ່ປະຈຳ ສປປ ລາວ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ທູດ ມາເລເຊຍ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ

     ໃນໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີທີ່ ທ່ານໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລາດຊະ
ທູດມາເລເຊຍປະຈຳລາວຄົນໃໝ່, ພ້ອມສະແດງຄວາມຂອບໃຈໃນການຕັ້ງໜ້າເຄື່ອນໄຫວວຽກງານໃນຂອບອາຊຽນທີ່ລາວເປັນເຈົ້າພາບໃນປີ 2016
ຜ່ານມາ ເຊິ່ງຫວັງວ່າທ່ານຈະປະຕິບັດໜ້າທີ່ຂອງຕົນ ເພື່ອປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ລາວ-ມາເລ
ເຊຍ ໃຫ້ນັບມື້ນັບມີການພັດທະນາດີຂຶ້ນ.

     ພ້ອມດຽວກັນນີ້ ທ່ານ ໂມດ ໄອນີ ອາຕັນ ໄດ້ສະແດງຄວາມຂອບອົກຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສຸມຄວາມ
ພະຍາຍາມ ເພື່ອປະກອບສ່ວນໃນການຮ່ວມມື, ໂດຍສະເພາະແມ່ນປະກອບສ່ວນເສີມສ້າງມິດຕະພາບລະຫວ່າງກອງທັບ ມາເລເຊຍ-ລາວ ໃນຫຼາຍດ້ານ
ໃນອະນາຄົດ.