ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຝຸ ຈ້ອງ
ເຂົ້າຮ່ວມໃນພິທີລົງນາມເອກະສານຮ່ວມມືຫຼາຍສະບັບ ລະຫວ່າງ ລາວ-ຫວຽດນາມ

     ອີງຕາມເວບໄຊ ໜັງສືພິມກອງທັບ ປະຊາຊົນຫວຽດນາມ - ຕອນເຊົ້າວັນທີ 28 ມິຖຸນານີ້, ທີ່ສໍານັກງານສູນກາງພັກ, ພາຍຫຼັງການພົບປະເຈລະຈາ,
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ
ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືຫຼາຍສະບັບ ລະຫວ່າງ ສອງປະເທດ, ເຊີ່ງລວມມີ ເອກະສານຮ່ວມມືສຳຄັນສະບັບຕ່າງໆທີ່ໄດ້
ລົງນາມຄັ້ງນີ້ລວມມີ: ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືລະຫວ່າງ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາວ່າດ້ວຍການຮ່ວມມືສອງຝ່າຍລະ
ຫວ່າງ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ສອງ ກະຊວງແຜນການ ແລະ ການລົງທຶນ ລາວ ແລະ ຫວຽດ
ນາມ; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄລ
ຍະ 2021-2025; ແຜນການຮ່ວມມືດ້ານວັດທະນະທໍາ, ສິລະປະ ແລະ ການທ່ອງທ່ຽວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ສປປ ລາວ ກັບກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໄລຍະ 2021-2025; ແຜນການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານລະ
ຫວ່າງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ ກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ; ຂໍ້ຕົກລົງວ່າດ້ວຍການຮ່ວມ
ມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ກັບ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄລຍະ 2021-2025.

     ພິທີລົງນາມ ໃນເອກະສານຮ່ວມມື ສຳຄັນເຫຼົ່ານີ້ແມ່ນການເຄື່ອນໄຫວແທດເຖີງຕົວຈິງ ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ
ຢ່າງເປັນທາງການຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ຕາມຄໍາເຊີນຂອງ ສະຫາຍ ຫງວຽນຝຸຈ້ອງ ເລຂາ
ທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ.

     ການຢ້ຽມຢາມຄັ້ງນີ້ ສຸດທີ່ມີຄວາມໝາຍພິເສດ, ເພາະມັນໄດ້ສືບຕໍ່ຢັ້ງຢືນຄວາມສາມັກຄີພິເສດ, ຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈອັນ
ບໍລິສຸດຜຸດຜ່ອງ ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ລາວ ຕໍ່ກັບພັກ, ລັດ ແລະ ປະຊາຊົນຫວຽດນາມ; ທັງແມ່ນໂອກາດເພື່ອໃຫ້ການນຳ
ສູງສຸດສອງຝ່າຍສືບຕໍ່ແລກປ່ຽນບົດຮຽນໃນການພັດທະນາພ້ອມທັງບັນດາມາດຕະການຊຸກຍູ້ການປະຕິບັດຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດ ໃນປີ
2021 ແລະ ໃນຊຸມປີຕໍ່ໜ້າໃຫ້ມີປະສິດທິຜົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/06/2021