ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ປະຈຳໄຕມາດ II
4 ແຂວງພາກເໜືອ ແລະ 1 ກອງພົນ ຢູ່ແຂວງບໍ່ແກ້ວ

     ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ປະຈຳໄຕມາດ II ປະຈໍາປີ 2021 ໄດ້ຈັດຂຶ້ນໃນທ້າຍເດືອນ ມີຖຸນາ 2021 ນີ້, ຢູ່ທີ່ຫ້ອງປະ
ຊຸມຫ້ອງວ່າການແຂວງ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ສະມະຊິກສະພາແຫ່ງຊາດ ກຳມະການປະຈຳພັກກະຊວງ
ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ປະລິນຍາເອກ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ
ເຈົ້າແຂວງ ປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ. ມີຫົວໜ້າກອງພົນທະຫານຮາບທີ 3, ກອງບັນຊາການທະຫານ
ແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ກອງບັນຊາການທະຫານແຂວງບໍ່ແກ້ວເປັນເຈົ້າພາບ ຕະຫຼອດຮອດ ວິຊາການ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມຕາງໜ້າແຕ່ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານທົ່ວກອງທັບ ປະຈໍາໄຕມາດ II ໃນໄລຍະ
ຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນ ປະເທດວາງອອກ. ເຊິ່ງຕາງໜ້າແຕ່ລະພາກສ່ວນກໍຍົກເອົາບັນຫາທີ່ສໍາຄັນ ທີ່ໄດ້
ຈັດຕັ້ງປະຕິບັດເປັນຕົ້ນແມ່ນສະພາບຈຸດພິເສດການເຄື່ອນໄຫວວຽກງານດ້ານຕ່າງໆ ໃນຂອບເຂດຕົນຮັບຜິດຊອບ ເຊິ່ງໃນນັ້ນກໍໄດ້ຖືເອົາວຽກງານເຮັດ
ໃຫ້ສະພາບມີຄວາມສະຫງົບ ແລະ ກຽມພ້ອມສູ້ຮົບເປັນ ບັນຫາທີ່ສໍາຄັນ, ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ
ຕາມທິດນໍາຂອງພັກເປັນກົກ, ສຸມໃສ່ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ, ສູ້ຮົບປ້ອງກັນຕົວ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມ
ບໍລິເວນຊາຍແດນຂອງແຕ່ລະກົມກອງຮັບຜິດຊອບໄດ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຕໍ່ກັບວຽກງານການປັບປຸງກໍ່ສ້າງກໍາ
ລັງໄດ້ຖືເອົາການສຶກສາອົບຮົມການເມືອງນໍາພາແນວຄິດເປັນບັນຫາທີ່ສໍາຄັນ ເພື່ອຍົກສູງທາງດ້ານຄຸນທາດການເມືອງແນວຄິດຄຸນສົມບັດສິນທໍາປະຕິວັດ
ຕີຖອຍບັນຫາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ-ນັກຮົບ ໂດຍໄດ້ນໍາເອົາເນື້ອໃນຂອງມະຕິຕ່າງໆລົງໄປເຜີຍແຜ່ເຊື່ອມຊຶມ ຈັດຕັ້ງປະ
ຕິບັດແນໃສ່ໃຫ້ ພະນັກງານ-ນັກຮົບ ທຸກສະຫາຍມີແນວຄິດຫຼັກໝັ້ນ ແລະ ມີສະຕິຕື່ນຕົວ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍ
ຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ.

     ໄປພ້ອມໆກັບການປັບປຸງກໍ່ສ້າງພັກ-ພະນັກງານ-ອົງການຈັດຕັ້ງມະຫາຊົນ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ
3 ປອດ, ກອງວັດທະນະທໍາ-ນັກຮົບວັດທະນະທໍາໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານຈໍານວນ ແລະ ຄຸນນະພາບ, ອົບຮົມ-ຫັດແອບທາງດ້ານສິລະປະ
ຍຸດ-ຍຸດທະວິທີ ແລະ ປັບປຸງລະບຽບແບບແຜນຂອງແຕ່ລະກົມກອງກໍໄດ້ຮັບການປັບປຸງຢ່າງໜັກແໜ້ນເຂັ້ມແຂງ, ຮັບປະກັນທາງດ້ານສຸຂະພາບຂອງນາຍ
ແລະ ພົນທະຫານ ແລະ ຮັບປະກັນການແກ້ໄຂຊີວິດການເປັນຂອງກົມກອງ ກໍຄືວຽກງານປັບປຸງກໍ່ສ້າງລະບົບພື້ນ ຖານໂຄງລ່າງເຄຫະສະຖານສະຖານທີ່ຄ້າຍ
ຄູ, ການຜະລິດປູກຝັງ-ລ້ຽງສັດ ແລະ ວຽກງານສ້ອມແປງຄຸ້ມຄອງບົວລະບັດປົກຮັກສາພາຫະນະອາວຸດກະສຸນຢູ່ແຕ່ລະກົມກອງກໍໄດ້ຮັບການປົກປັກຮັກສາ
ບົວລະບັດສ້ອມແປງເປັນປົກກະຕິ. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຍັງໄດ້ໃຫ້ການໂອ້ລົມຫຼາຍບັນຫາສໍາຄັນພ້ອມ ທັງເນັ້ນໜັກ
ໃຫ້ຄະນະພັກ-ຄະນະ ບັນຊາທຸກກົມກອງ ຈົ່ງເອົາໃຈໃສ່ເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແທດເໝາະກັບສະພາບເງື່ອນໄຂຕົວ
ຈິງ ເພີ່ມທະວີຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ມີຄວາມເຊື້ອໝັ້ນຕໍ່ແນວທາງແຜນນະໂຍ
ບາຍຂອງພັກ-ກົດໝາຍຂອງລັດ ເຊືອມຊຶ່ມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ
ຮອບດ້ານຕາມທິດນໍາຂອງພັກ ແລະ ເອົາໃຈໃສ່ເຮັດວຽກງານການກຽມພ້ອມສູ້ຮົບປ້ອງກັນເວນຍາມຕາມສະຖານທີ່ສໍາຄັນ ຕ່າງໆ ໃຫ້ມີຄວາມສະຫງົບ
ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ອົບຮົມ-ຫັດແອບເຝິກແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ປັບປຸງລະບຽບແບບແຜນຂອງກົມກອງ, ເອົາໃຈໃສ່
ຄຸ້ມຄອງກວດກາດ້ານຈໍານວນພົນ ເພື່ອຮັບປະກັນໃນເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ການເມືອງຕົວຈິງໃຫ້ທ່ວງທັນກັບສະພາບການ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/06/2021