ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງຊຸກຍູ້ວຽກງານຢູ່ຈຸດສຸມພັດທະນາຄັງວຽງ


ພົນໂທ ສຸວອນ ເລືອງບຸນມີ ມອບເຄື່ອງນຸ່ງນັກຮຽນໃຫ້ໂຮງຮຽນມັດທະຍົມສົມບູນຄັງວຽງ

     ໃນລະຫວ່າງວັນທີ 22-24 ກໍລະກົດ 2019 ຜ່ານມານີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະ ການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ການພັດທະນາພື້ນຖານໂຄງລ່າງຢູ່ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ ທີ່ລັດຖະ
ບານມອບໝາຍໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໃນການພັດທະນາ.

     ການລົງຊຸກຍູ້ການພັດທະນາຢູ່ຄັງວຽງໃນຄັ້ງນີ້ ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ລົງກວດກາພື້ນທີ່ໆຈະລົງກໍ່ສ້າງສຸກສາລາຂອງແຕ່ລະບ້ານ ແລະ
ລົງກວດກາພື້ນຖານໂຄງລ່າງຕ່າງໆເຊັ່ນ: ຖະໜົນຫົນທາງ, ໂຮງຮຽນ, ໂຮງໜໍ, ກວດກາການກໍ່ສ້າງຫໍພັກ, ພະນັກງານ, ແພດໜໍ, ຢູ່ຈຸດສຸມພັດທະນາຄັງວຽງ ພ້ອມນັ້ນຍັງ
ໄດ້ລົງຕິດຕາມ ແລະ ຮັບຟັງການລາຍງານສະພາບການຂອງແຕ່ລະບ້ານເພື່ອພ້ອມກັນແກ້ໄຂປາກົດການຫຍໍ້ທໍ້ດ້ານຕ່າງໆທີ່ຈະເກີດຂຶ້ນ ເພື່ອຮັບປະກັນເຮັດໃຫ້ສະພາບຂອງ
ແຕ່ລະບ້ານມີຄວາມສະຫງົບ.

     ນອກຈາກນັ້ນ ສະຫາຍ ຮອງລັດຖະມົນຕີ ຍັງໄດ້ແນະນຳໃຫ້ ພະນັກງານ-ນັກຮົບວິຊາການຢູ່ຈຸດສຸມພັດທະນາຄັງວຽງ ຈົ່ງພ້ອມກັນປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດ
ຕາມການມອບໝາຍທີ່ວາງໄວ້ ແລະ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານຂອງຕົນໃຫ້ກຳແໜ້ນໄດ້ສະພາບການທີ່ອາດຈະເກີດຂຶ້ນ ມີສະຕິລະວັງຕົວ
ສູງຕໍ່ກົນອຸບາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ຫວັງທຳລາຍປະເທດຊາດຂອງພວກເຮົາ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດດັ່ງກ່າວມີຄວາມ
ໄວ້ເນື້ອເຊື່ອໃຈຕໍ່ການພັດທະນາ, ໂອກາດດັ່ງກ່າວ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຍັງໄດ້ຕາງໜ້າໃຫ້ສະຫາຍເລຂາທິການໃຫຍ່ ກໍຄືປະທານປະເທດການນຳພັກ-ລັດ
ຖະບານ ກໍຄືກະຊວງປ້ອງກັນປະເທດ ນຳເອົາເຄື່ອງນຸ່ງນັກຮຽນເປັນເສື້ອ 200 ຊຸດ, ໂສ້ງ100 ຊຸດ ແລະ ສີ້ນ 100 ຊຸດມາມອບໃຫ້ໂຮງຮຽນມັດທະຍົມສົມບູນຄັງວຽງ ແລະ
ຢາປິ່ນປົວພະຍາດຈຳນວນ 72 ແກັດ ມາມອບໃຫ້ໂຮງໝໍ 60 ຕຽງ ຂອງຈຸດສຸມຄັງວຽງ, ໂດຍກ່າວຮັບຂອງ ສະຫາຍ ພັນໂທ ທອງຄານ ພົມຍະສານ ອຳນວຍການໂຮງໜໍ
60 ຕຽງຄັງວຽງ ພ້ອມທັງສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ການນຳພັກ-ລັດຖະບານ ກໍຄືກະຊວງປ້ອງກັນປະເທດ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານ
ດັ່ງກ່າວ ແລະ ຈະນຳໃຊ້ຢາດັ່ງກ່າວເຂົ້າໃນການປິ່ນປົວໃຫ້ກັບພໍ່ແມ່ປະຊາຊົນຢູ່ເຂດພັດທະນາຈຸດສຸມເກີດປະໂຫຍດສູງສຸດ.