ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ຕ້ອນຮັບ
ຄະນະສິລະປະກອນທະຫານເຂດ 9 ກອງທັບປະຊາຊົນຫວຽດນາມ

     ສະຫາຍ ພັນເອກ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການ
ເຂົ້າຢ້ຽມຂໍ່ານັບຂອງຄະນະສິລະປະກອນທະຫານເຂດ 9 ກອງ ທັບປະຊາຊົນຫວຽດນາມ ນຳໂດຍສະຫາຍ ພັນເອກ ດວ່ານ ແທ້ງ ຊວັນ ຮອງຫົວໜ້າການ
ເມືອງກອງບັນຊາການທະຫານເຂດ 9 ພ້ອມດ້ວຍຄະນະ ໃນວັນທີ 26 ສິງຫາ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກົມພົວພັນຕ່າງປະເທດ ເນື່ອງໃນໂອກາດທີ່
ຄະນະໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງຢູ່ ສປປ ລາວ ໃນລະຫວ່າງວັນທີ 19-28 ສິງຫານີ້.


ພັນເອກ ວົງສອນ ອິນປານພິມ ຕ້ອນຮັບຄະນະສິລະປະກອນທະຫານເຂດ 9 ກອງທັບປະຊາຊົນຫວຽດນາມ

     ສະຫາຍ ພັນເອກ ວົງສອນ ອິນປານພິມ ໄດ້ຕີລາຄາສູງ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະສິ ລະປະກອນທະຫານເຂດ 9 ກອງທັບປະຊາຊົນ
ຫວຽດນາມ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນໂອກາດສະເຫຼີມສະຫຼອງ
ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນເຊັນສົນ
ທິສັນຍາມິດຕະພາບ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 40 ປີ ໃຫ້ມີບັນ ຍາກາດຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍ
ເລິກເຊິ່ງດ້ວຍໄມຕີຈິດມິດຕະພາບທີ່ທັງສອງພັກ, ສອງລັດ ກໍຄືສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ,
ນອກຈາກໄດ້ນຳເອົາຄວາມສາມັກຄີພິເສດ, ຄວາມສະໜິດສະໜົມອັນອົບອຸ່ນຖານສະຫາຍອ້າຍນ້ອງມາສູ່ກອງທັບ ແລະ ປະຊາຊົນລາວແລ້ວ ຍັງເປັນ
ການປະກອບສ່ວນອັນສຳຄັນເຂົ້າໃນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ພະນັກງານ-ນັກຮົບໃນກອງ
ທັບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ປະກອບສ່ວນເຂົ້າໃນການແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງກອງທັບ ແລະ
ພ້ອມດຽວກັນນີ້ຍັງເປັນການໂຄສະນາມູນເຊື້ອຮີດຄອງປະເພນີ ແລະ ແລກປ່ຽນບົດຮຽນທາງດ້ານສິລະປະ-ວັດທະນະທຳເຊິ່ງກັນ ແລະ ກັນ.

     ໂອກາດນີ້ ສະຫາຍ ພັນເອກ ດວ່ານແທ້ງຊວັນ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະ
ພາບຢ່າງດູດດື່ມ ແລະ ມີມູນເຊື້ອແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ພ້ອມທັງໄດ້ແຈ້ງສະພາບການເຄື່ອນໄຫວສະແດງມິດຕະພາບຢູ່ບັນດາ
ກົມກອງຕ່າງໆຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບຊາບ.