ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ໂອ້ລົມພະນັກງານ-ນັກຮົບ
ທີ່ເຂົ້າຮ່ວມການກອບກູ້ໄພພິບັດ ຢູ່ເມືອງສະໜາມໄຊ

     ວັນທີ 29 ສິງຫານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ,
ຮອງປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ລົງກວດກາພື້ນທີ່ເກີດໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ພ້ອມທັງໃຫ້ການໂອ້ລົມຕໍ່ພະ
ນັກງານ-ນັກຮົບທີ່ເຂົ້າປະຕິບັດໜ້າທີ່ກອບກູ້ໄພພິບັດ.


ພົນໂທ ສຸວອນ ເລືອງບຸນມີ ໂອ້ລົມພະນັກງານ-ນັກຮົບທີ່ເຂົ້າຮ່ວມການກອບກູ້ໄພພິບັດ ຢູ່ເມືອງສະໜາມໄຊ

     ໃນໂອກາດພົບປະກັບຄະນະສູນບັນຊາການກູ້ໄພ ແລະ ພະນັກງານ-ນັກຮົບທີ່ເຂົ້າຮ່ວມການກອບກູ້ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຊອກຄົ້ນຫາຜູ້ສູນຫາຍຈາກ
ໄພພິບັດຄັ້ງປະຫວັດສາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ ຍ້ອງຍໍຊົມເຊີຍພະນັກງານ-ນັກຮົບທີ່ເຮັດໜ້າທີ່ຊ່ວຍເຫຼືອປະ
ຊາຊົນກອບກູ້ໄພພິບັດຊອກຄົ້ນຫາຜູ້ສູນຫາຍໃນພື້ນທີ່ທຸລະກັນດານບວກຕົມ, ນໍ້າຖ້ວມ, ທີ່ເຕັມໄປດ້ວຍສິ່ງເສດເຫຼືອຕ່າງໆເຊັ່ນ: ເຫຼັກຕະປູ, ສັງກະສີ, ໜາມ ແລະ ຊາກ
ສະຫຼັກຫັກພັງຕ່າງໆຢ່າງບໍ່ຮູ້ອິດຮູ້ເມື່ອຍ, ສາມາດຊ່ວຍເຫຼືອປະຊາຊົນຜູ້ປະສົບໄພໄດ້ຢ່າງທັນການ ແລະ ສາມາດຊອກຄົ້ນຫາຜູ້ສູນຫາຍດ້ວຍຄວາມບາກບັ່ນມານະພະຍາ
ຍາມສູງ, ອັນໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນມີຕໍ່ກອງທັບເຮົານັບມື້ນັບສູງຂຶ້ນ, ກອງທັບເວລາໃດກໍປະຈັນບານຢ່າງອົງອາດກ້າຫານໃນພາກສະໜາມກອບກູ້
ໄພພິບັດຕົວຈິງເປັນກຳລັງແກ່ນສານນໍາໜ້າໃນການປົກປັກຮັກສາປະເທດຊາດ, ປົກປ້ອງຊີວິດຊັບສິນຂອງປະຊາຊົນ, ໄປຄຽງຄູ່ກັບການກອບກູ້, ຊອກຄົ້ນຂົນສົ່ງກຳລັງ
ແລະ ສະບຽງອາຫານແລ້ວ ກອງທັບເຮົາຍັງຈະເຮັດໜ້າທີ່ຟື້ນຟູຄຸນນະພາບຊີວິດຂອງປະຊາຊົນຢ່າງຕັ້ງໜ້ານຳອີກ ເຊິ່ງເປັນສິ່ງທ້າທາຍທົດສອບຄຸນທາດການເມືອງ, ທາດ
ແທ້ປະຕິວັດຂອງກອງທັບປະຊາຊົນລາວໄລຍະໃໝ່.

     ສຳລັບສູນບັນຊາການກອບກູ້ໄພພິບັດຂອງກອງທັບ ພາຍຫຼັງທີ່ໄດ້ຍົກຍ້າຍຈາກບ້ານໃໝ່ມາປັບປຸງກຳລັງຢູ່ກອງບັນຊາການທະຫານເມືອງສະໜາມໄຊຍ້ອນຖືກນໍ້າ
ຖ້ວມຢ່າງກະທັນຫັນ. ຄະນະຊີ້ນຳພາກສະໜາມກໍໄດ້ນຳພາກຳລັງປັບປຸງທີ່ພັກອາໄສ, ສຳຫຼວດ-ສ້ອມແປງຂົວ ແລະ ທາງ ຈາກເມືອງສະໜາມໄຊເຂົ້າຫາພື້ນທີ່ໄພພິບັດ
ເພື່ອກະກຽມຊອກຄົ້ນຫາຜູ້ສູນຫາຍຕໍ່ໄປພາຍຫຼັງນໍ້າບົກແຫ້ງລົງ ເຊິ່ງຈະເຮັດໜ້າທີ່ທັງຊອກຄົ້ນທັງປັບປຸງພື້ນຖານຊີວິດການເປັນຢູ່ຂອງປະຊາຊົນ, ຟື້ນຟູຂົງເຂດຖືກຜົນ
ກະທົບເທົ່າທີ່ສາມາດຟື້ນຟູໄດ້ຕາມທິດຊີ້ນຳຂອງພັກ-ລັດຖະບານ ກໍຄືກະຊວງປ້ອງກັນປະເທດ, ສະເພາະໂຮງໝໍພາກສະໜາມແມ່ນສືບຕໍ່ກວດ ແລະ ປິ່ນປົວພະຍາດໃຫ້
ແກ່ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບ ແລະ ປະຊາຊົນອ້ອມຂ້າງໃຫ້ດີທີ່ສຸດ.

     ນັບແຕ່ສູນບັນຊາການກູ້ໄພພາກສະໜາມຍົກຍ້າຍມາຕັ້ງຢູ່ບໍລິເວນດັ່ງກ່າວ ກໍມີອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ບໍລິສັດຫ້າງຮ້ານ, ບຸກຄົນ, ນິຕິບຸກ
ຄົນ ຕ່າງກໍນຳເອົາວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ແກ່ພະນັກງານ-ນັກຮົບເຮົາຢ່າງເປັນປະຈຳ, ນອກຈາກສະແດງເຖິງຄວາມເປັນຫ່ວງເປັນໃຍ, ຄວາມ
ສາມັກຄີຮັກແພງແລ້ວ ຍັງເປັນການໃຫ້ກຳລັງໃຈໃນການປະຕິບັດໜ້າທີ່ຂອງພວກເຮົາຕື່ມອີກ.