ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນໂທ ທອງລອຍ ສີລິວົງ ​ໂອ້​ລົມ ​ແລະ ​ເນັ້ນ​ບາງ​ບັນ​ຫາ​ສຳຄັນ
ຕໍ່​ນາຍ​ທະຫານ ທີ່​ໄດ້​ເລື່ອນ​ຊັ້ນ​ຂຶ້ນ​ພັກເອກ


ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 27 ສິງຫາ 2021 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປະກາດການເລື່ອນຊັ້ນນາຍທະຫານຊັ້ນພັນໂທ ຂຶ້ນ ຊັ້ນພັນເອກ ຈຳນວນ 26 ສະຫາຍ ໃນທົ່ວກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງ
ກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຕາງໜ້າກົມກ່ຽວຂ້ອງຈາກ ກະຊວງປ້ອງກັນປະເທດ ແລະ ນາຍທະຫານ ທີ່ໄດ້ຮັບ
ການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ກ່າວວ່າ: ການເລື່ອນຊັ້ນໃນຄັ້ງນີ້ ແມ່ນກຽດສັກສີອັນສູງສົ່ງ ແລະ ມີຄວາມໝາຍສໍາຄັນ
ເພາະມັນໄດ້ຢັ້ງຢືນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານໃນກອງທັບ, ທັງແມ່ນການ ປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍ
ທະຫານກອງທັບ ປະຊາຊົນລາວ ໃຫ້ມີຄວາມຖືກຕ້ອງຕາມເງື່ອນໄຂຕົວຈິງຂອງແຕ່ລະສະຫາຍ ທີ່ມີຜົນງານມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງ
ຍາກຕະຫຼອດໄລຍະຜ່ານມາ, ບັນດາ ສະຫາຍ ໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ ໂດຍສະເພາະແມ່ນການປັບປຸງກໍ່ສ້າງກອງ
ທັບ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດສິດໜ້າທີ່ຂອງຕົນ ໂດຍສະເພາະໄດ້
ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນບັນດາມະຕິຄໍາສັ່ງ, ຂໍ້ກໍານົດ ແລະ ບົດແນະນໍາຕ່າງໆ ຂອງກອງທັບ.

     ໂອກາດດຽວກັນນັ້ນ, ສະຫາຍ ຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ຕື່ມອີກວ່າ: ກ່ອນ
ອື່ນບັນດາ ສະຫາຍ ຕ້ອງຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນລາວ ໃນເງື່ອນໄຂປັດຈຸບັນໃຫ້ຖືກຕ້ອງ, ເຫັນ
ໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບເຮົາ, ເພາະວ່າແຕ່ລະວຽກທີ່ໄດ້
ຮັບຜົນສໍາເລັດ ແມ່ນບັນດາ ສະຫາຍ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາ ສະຫາຍ ບໍ່ເຂັ້ມແຂງກໍບໍ່ສາມາດເຮັດໃຫ້ວຽກງານໄດ້ຮັບການປະຕິບັດຢ່າງ
ທົ່ວເຖິງ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງ ພັກ-ລັດ ແລະ ຂອງກອງທັບ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບ ວິໄນເຂັ້ມງວດ ເຊິ່ງມັນສະ
ແດງເຖິງຄຸນທາດການເມືອງຂອງພະນັກງານ-ສະມາຊິກພັກ, ການດໍາລົງຊີວິດຕ້ອງໂປ່ງໃສ, ບໍ່ສວຍໂອກາດ, ໃຊ້ຖານະໜ້າທີ່ຂອງຕົນໄປໃນທາງທີ່ຜິດເພື່ອ
ຜົນປະໂຫຍດສ່ວນຕົວ, ສືບຕໍ່ຍົກສູງຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍພະຍາຍາມຄົ້ນຄວ້າທຸກວິທີທາງ ເພື່ອປັບປຸງແບບແຜນວິທີເຮັດວຽກ, ປະຕິ
ບັດຫຼັກການລວມສູນ ປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງແທ້ຈິງ ພ້ອມທັງມີການສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ຕ້ອງ
ເປັນເຈົ້າການເສີມຂະຫຍາຍມູນເຊື້ອການນໍາພາຂອງພັກ ຕໍ່ກໍາລັງປະກອບອາວຸດໃຫ້ເລິກເຊິ່ງເຖິງຖອງ, ສ້າງໃຫ້ໄດ້ຄວາມສາມັກຄີພາຍໃນເປັນປຶກແຜ່ນ
ແໜ້ນໜາບົນພື້ນຖານຮ່ວມແຮງຮ່ວມໃຈຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ມີແບບແຜນວິທີເຮັດວຽກ, ວິທີນໍາພາແບບວິທະຍາ
ສາດ-ປະດິດສ້າງ, ຕັ້ງໜ້າປະກອບສ່ວນປັບປຸງກຳລັງ, ກົມກອງໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະ
ນະທໍາ-ນັກຮົບວັດທະນະທຳ, ມີຄວາມສະດຸ້ງໄວຕໍ່ສະພາບການ ເພື່ອສ້າງກອງທັບເຮົາໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝເທື່ອລະກ້າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/08/2021