ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມກອງເລຂານຸການຄະນະກຳມະການຮ່ວມມືຮັກສາ
ຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 25

     ໃນລະຫວ່າງວັນທີ 25-29 ຕຸລາ 2018 ນິີ້, ຢູ່ທີ່ໂຮງແຮມເຊັນທາລາ ມາລິດ ລີສອດ ຈອມທຽນ ເມືອງພັດທະຍາ ຈັງຫວັດຊົນບູລີ ຣາຊະອານາຈັກໄທ ໄດ້ຈັດ
ກອງປະຊຸມກອງເລຂານຸການຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 25 ຂຶ້ນ ຝ່າຍລາວ ນໍາໂດຍ ທ່ານ
ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ປະທານຄະນະອານຸກຳມະການຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຊາຍແດນທົ່ວໄປ ລາວ-ໄທ ແລະ ຝ່າຍໄທນໍາໂດຍ ທ່ານ ພົນໂທ ຄຳຣົນ ເຄືອວິຊະຍາຈານ ເຈົ້າກົມກິດຈະການຊາຍແດນທະຫານກອງບັນຊາການສູງສຸດກອງ
ທັບໄທ ປະທານຄະນະອານຸກຳມະການການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຊາຍແດນທົ່ວໄປ ໄທ-ລາວ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.


ພົນຈັດຕະວາ ສີພັນພຸດທະວົງ ເຂົ້າຮ່ວມກອງປະຊຸມກອງເລຂານຸການຄະນະກຳມະການ
ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວຄັ້ງທີ 25

     ກອງປະຊຸມໄດ້ກະກຽມເນື້ອໃນເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນທົບທວນ ແລະ ຕີລາຄາຜົນຂອງການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳ
ມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 24 ທີ່ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ
ລະຫວ່າງວັນທີ 18-21 ທັນວາ 2017 ທີ່ຜ່ານມາ. ເຊິ່ງປະກອບມີການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ການຮ່ວມມືດ້ານຄວາມໝັ້ນ
ຄົງບໍລິເວນຊາຍແດນ ລາວ-ໄທ, ການພົວພັນ ແລະ ຮ່ວມມືຊ່ວຍເຫຼືອລະຫວ່າງກອງທັບ ແລະ ຕໍາຫຼວດຂອງທັງສອງຝ່າຍ, ການແລກປ່ຽນວັດທະນະທຳ ແລະ ກີລາ ລະ
ຫວ່າງ ສອງກອງທັບ ລາວ-ໄທ, ການສົ່ງເສີມການຮ່ວມມືດ້ານການແພດທະຫານລະຫວ່າງກອງທັບປະຊາຊົນລາວກັບກອງທັບໄທ, ການເພີ່ມທະວີການຮ່ວມມື, ການ
ຢ້ຽມຢາມ ແລະ ການແລກປ່ຽນເຊິ່ງກັນ ແລະ ກັນ ລະຫວ່າງ ກົມທະຫານອາກາດກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບ ກອງທັບອາກາດ ແຫ່ງ ຣາຊະອານາ
ຈັກໄທ, ການຈັດວາງກຳລັງການລາດຕະເວນຂອງກຳລັງປະກອບອາວຸດທັງສອງຝ່າຍຕາມບໍລິເວນຊາຍແດນ ລາວ-ໄທ, ການຮ່ວມມືກໍລະນີບຸກຄົນຂອງແຕ່ລະຝ່າຍຖືກ
ຈັບກຸມຄຸມຂັງ, ການເຂົ້າ-ອອກບໍລິເວນຊາຍແດນລາວ-ໄທ, ການຮ່ວມມືໃນການແກ້ໄຂບັນຫາບຸກຄົນສອງສັນຊາດ, ບັນຫາບຸກຄົນ ຫຼື ກຸ່ມຄົນທີ່ເປັນໄພຕໍ່ຄວາມໝັ້ນ
ຄົງ ລາວ-ໄທ, ການປະຕິບັດງານຂອງໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມແມ່ນໍ້າຂອງຂອງໄທ, ການກວດພື້ນທີ່ຊາຍແດນ ລາວ-ໄທ, ການຮ່ວມມືໃນການ
ຮັກສາ ແລະ ປ້ອງກັນຕະຝັ່ງເຈື່ອນ, ການຮ່ວມມືໃນການສະກັດກັ້ນການລັກລອບຂ້າປະເພດສັດປ່າ, ພືດປ່າ ແລະ ໄມ້ຫວງຫ້າມທີ່ຜິດກົດໝາຍ, ການຮ່ວມມືໃນການປົກ
ປັກຮັກສາເສັ້ນຊາຍແດນ ລາວ-ໄທ, ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມບໍລິເວນຊາຍແດນລາວ-ໄທ, ການຕິດຕໍ່ປະສານງານ ແລະ ການແລກ
ປ່ຽນຂໍ້ມູນຂ່າວສານ, ການຮ່ວມມືໃນການແກ້ໄຂບັນຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ, ການຮ່ວມມືການແກ້ໄຂບັນຫາການກໍ່ການຮ້າຍສາກົນລະຫວ່າງ ລາວ-ໄທ
ລວມເຖິງການກຳນົດເວລາ ແລະ ສະຖານທີ່ຈັດກອງປະຊຸມຄັ້ງຕໍ່ໄປ ແລະ ເລື່ອງອື່ນໆ. ເຊິ່ງທັງສອງຝ່າຍມີຄວາມຍິນດີຕໍ່ສາຍພົວພັນ ແລະ ການຮ່ວມມືຂອງທັງສອງປະ
ເທດໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທຳຫຼາຍຂຶ້ນ ເຊິ່ງເປັນຜົນປະໂຫຍດຮ່ວມກັນສາມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍຄວາມໝັ້ນຄົງຕາມຊາຍແດນທັງສອງ
ປະເທດເຮັດໃຫ້ບໍລິເວນຊາຍແດນ ລາວ-ໄທ ມີຄວາມສະຫງົບຮຽບຮ້ອຍ.

     ກອງປະຊຸມກອງເລຂານຸການຮ່ວມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 25 ຄັ້ງນີ້ ແມ່ນເພື່ອກະກຽມໃສ່
ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 26 ທີ່ຈະຈັດຂຶ້ນໃນໄວໆນີ້ທີ່ບາງກອກ ຣາຊະອານາ ຈັກໄທ.