ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນ ລາວ-ມຽນມາ ຄັ້ງທີ II


     ໃນວັນທີ 23-24 ຕຸລາ 2019 ນີ້, ຢູ່ທີ່ ນະຄອນຫຼວງ ເນປີດໍ ສສ ມຽນມາ ໄດ້ຈັດກອງປະຊຸມ ຄະນະ ກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍ
ແດນ ລາວ-ມຽນມາ ຄັ້ງທີ II ໂດຍການ ເຂົ້າ ຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງ
ທັບປະຊາຊົນລາວ, ປະທານຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ລາວ-ມຽນມາ, ມີ ທ່ານ ພົນຈັດຕະວາ ອອງປາຍອູ ຫົວໜ້າ ກອງ
ບັນຊາການກຳລັງທະຫານຮັກສາ ດິນແດນ ແລະ ກຳລັງທະຫານທ້ອງຖິ່ນກອງທັບ ສສ ມຽນມາ, ມີຕາງໜ້າກະຊວງ ປກຊ-ປກສ ກະຊວງການຕ່າງປະເທດ ແລະ ພາກສ່ວນ
ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ໃນກອງປະຊຸມສອງຝ່າຍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍຕາມບົດບັນທຶກ ກອງປະຊຸມຄະນະກຳມະການຮັກສາຄວາມສະຫງົບ
ຮຽບຮ້ອຍຕາມ ຊາຍແດນ ລາວ-ມຽນມາ ຄັ້ງ ທີ I ທີ່ ນະຄອນຫຼວງວຽງຈັນ ຢູ່ທີ່ ສ ປປ ລາວ ໃນວັນທີ 21-24 ສິງ ຫາ 2018. ໃນກອງປະຊຸມເຫັນດີໃຫ້ມີການຮ່ວມມື
ແລະ ແລກ ປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນເພື່ອສະກັດກັ້ນປາບປາມການຜະລິດຢາເສບຕິດ ແລະ ບັນຫາອາຊະຍາກອນຂ້າມຊາດ, ການຄ້າຂາຍຢາເສບຕິດ, ການ
ຄ້າມະນຸດ, ການເຂົ້າ-ອອກເມືອງ ຢ່າງຜິດກົດໝາຍ, ການລ່າສັດຜິດກົດໝາຍ, ການທຳລາຍຊັບພະຍາກອນທຳມະຊາດ, ການຄ້າຂາຍເຖື່ອນ ລວມທັງວັດຖຸບູຮານທີ່ມີຄ່າ,
ການຄ້າອາວຸດ ແລະ ການເຄື່ອນໄຫວທີ່ລະເມີດຕໍ່ກົດໝາຍອື່ນໆ ຂອງສອງຝ່າຍ. ຮ່ວມກັນສະກັດກັ້ນ ແລະ ປາບປາມກຸ່ມຄົນບໍ່ຫວັງດີຕໍ່ສາຍພົວພັນ ລາວ-ມຽນມາ ທີ່ຈະ
ໃຊ້ດິນແດນຂອງຕົນເພື່ອເປັນບ່ອນລີ້ຊ່ອນ ແລະ ເຄື່ອນໄຫວຕໍ່ຕ້ານ ຫຼື ກໍ່ຄວາມບໍ່ສະຫງົບໃຫ້ທັງສອງຝ່າຍ ແລະ ຮ່ວມມືແກ້ໄຂຢ່າງຮີບດ່ວນ, ສອງຝ່າຍຈະປະກອບສ່ວນ
ຢ່າງຕັ້ງໜ້າຂອງເຈົ້າໜ້າທີ່ທະຫານຕຳຫຼວດ ເພື່ອຮັບປະກັນຄວາມສະຫງົບ- ປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນການທຳມາຫາກິນ, ການຄ້າຂາຍ ແລະ ການເດີນ
ເຮືອ ຂອງປະຊາຊົນເພື່ອແນໃສ່ເຮັດໃຫ້ ຊາຍແດນ ລາວ-ມຽນມາ ກາຍເປັນຊາຍແດນ ແຫ່ງສັນຕິພາບມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.