ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ ກົມໃຫຍ່ການເມືອງ ກອງທັບຕ້ອນຮັບ​ການ​ຢ້ຽມອຳ​ລາ
ຂອງທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ


     ໃນວັນທີ 29 ຕຸລາ 2020 ນີ້, ທີ່ຫ້ອງຮັບແຂກສະໂມສອນ ກະຊວງປ້ອງກັນປະເທດ. ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງ ກອງທັບ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພັນເອກ ຕາວ ວັນ ທາຍ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ
ສສ ຫວຽດນາມ ປະຈໍາລາວ ເນື່ອງໃນໂອກາດສໍາເລັດການດໍາລົງຕໍາແໜ່ງ ເປັນທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ຢູ່ ສປປ ລາວ ເປັນເວ
ລາ 8 ປີ.
          ໃນໂອກາດນີ້, ສະຫາຍ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນ ດີຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່
ເປັນທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເຖິງ 2 ສະໄໝ. ນອກ ນີ້, ສະຫາຍ ຍັງໄດ້ກ່າວເຖິງສາຍພົວພັນຮ່ວມມືແບບ
ພິເສດລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານທີ່ບໍ່ມີປະເທດ ໃດໃນໂລກເຮັດໄດ້ ເຊິ່ງສະແດງອອກຄື: ໃນ
ໄລຍະທີ່ຜ່ານມາສອງ ກອງທັບລາວ-ຫວຽດນາມ ໄດ້ ມີການແລກປ່ຽນຢ້ຽມຢາມນັບຕັ້ງແຕ່ຂັ້ນ ກະຊວງຈົນຮອດກົມກອງທ້ອງຖິ່ນ, ທັງໄດ້ມີການລົງ
ນາມບົດບັນທຶກ ວ່າດ້ວຍການກໍ່ສ້າງພະນັກງານຮ່ວມກັນໃນ ແຕ່ລະປີ ແລະ ວຽກງານອື່ນໆເຊັ່ນ: ວຽກງານພະລາທິການກອງທັບ, ວຽກງານສາທາລະນະ
ສຸກ, ການປັກຫຼັກໝາຍຕາມຊາຍແດນລະຫ່ວາງສອງປະເທດ ແລະ ການຮ່ວມຂຸດຄົ້ນອັດຖິທະຫານອາສາສະໝັກ ຫວຽດນາມ ລວມທັງການສົ່ງລະດັບ
ຊ່ຽວຊານມາເຮັດວຽກຢູ່ລາວ. ທັງໝົດສິ່ງເຫຼົ່ານີ້, ແມ່ນເກີດຂຶ້ນຈາກການຮ່ວມມືຮອບດ້ານແບບພິເສດລະຫວ່າງ ກອງທັບປະຊາຊົນ ລາວ-ຫວຽດນາມ
ເຊິ່ງສ່ວນໃຫຍ່ໄດ້ຮັບການຊ່ວຍເຫຼືອຈາກ ກອງ ທັບປະຊາຊົນ ຫວຽດນາມ ແນ່ນອນວ່າຜົນງານອັນຍິ່ງໃຫຍ່ເຫຼົ່ານີ້ ມີການປະກອບສ່ວນຂອງ ສະຫາຍ
ພັນເອກ ຕາວ ວັນ ທາຍ ທີ່ອຸທິດຕົນເຂົ້າໃນການສ້າງສາພັດທະນາສາຍພົວພັນແບບພິເສດລະຫວ່າງສອງ ກອງທັບທີ່ດີ ຕະຫຼອດມາ, ໃນໂອກາດນີ້, ສະ
ຫາຍ ພົນໂທ ທອງລອຍ ສີລິວົງ ຍັງໄດ້ປະດັບ ຫຼຽນໄຊພິລະອາດຫານຊັ້ນ II ໃຫ້ ສະຫາຍ ພັນເອກ ຕາວ ວັນ ທາຍ ທີ່ມີຄຸນງາມຄວາມດີໃນການເຮັດ
ໜ້າທີ່ຢູ່ ສປປ ລາວ ຕະຫຼອດ 8 ປີ ຜ່ານມາ. ນອກຈາກ ນີ້, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ຍັງໄດ້ຖືໂອກາດນີ້ອວຍພອນ ສະຫາຍ ພັນເອກ ຕາວ
ວັນ ທາວ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ໃໝ່ອັນມີກຽດ, ມີສຸຂະພາບແຂງແຮງ ສືບຕໍ່ຜັນຂະຫຍາຍ ສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ເກີດດອກ
ອອກຜົນຍິ່ງໆຂຶ້ນ.

     ໃນໂອກາດດັ່ງກ່າວ, ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫົວໜ້າ ກົມໃຫຍ່ການເມືອງກອງທັບ
ພ້ອມດ້ວຍຄະນະທີ່ສະລະເວລາອັນມີຄ່າ ແລະ ໃຫ້ການຕ້ອນຮັບອັນອົບອຸ່ນ. ພ້ອມທັງກ່າວຂອບໃຈທີ່ພັກ-ລັດຖະບານ ລາວ ພິເສດກໍຄື ກອງທັບປະຊາ
ຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຕະຫຼອດມາ ຈົນເຮັດໃຫ້ປະສົບຜົນສໍາເລັດໃນການດໍາລົງຕໍາແໜ່ງເປັນທີ່ປຶກສາທູດຝ່າຍປ້ອງກັນ
ຊາດຕະຫຼອດໄລຍະເວລາ 8 ປີ.