ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ສູນກາງຈັດກອງປະຊຸມກ່ຽວກັບແຜນການປ້ອງກັນທາງລົດໄຟລາວ-ຈີນ


     ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ໄດ້ຈັດກອງປະຊຸມວາງແຜນປ້ອງກັນ ທາງລົດໄຟລາວ-ຈີນ ໃນວັນທີ 26 ພະຈິກ
2021 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີກອງປະຊຸມຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ແລະ
ແຜນການປ້ອງກັນທາງລົດໄຟ ລາວ-ຈີນ (ນະຄອນຫຼວງວຽງ ຈັນ-ບໍ່ເຕັນ) ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ
ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ ແລະ ຄະນະຮັບຜິດຊອບທັງ 2 ກະຊວງເຂົ້າຮ່ວມ.

     ໃນກອງປະຊຸມໄດ້ຜ່ານແຜນການ ແລະ ເຫັນດີເປັນເອກະພາບ ແຜນການເຄື່ອນໄຫວຮັບປະກັນ ຄວາມສະຫງົບປອດໄພ ໃນໂອກາດລະນຶກ ແລະ ສະ
ເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບ ຮອບ 46 ປີ. ຈາກນັ້ນ, ຄະນະຮັບຜິດຊອບທັງ 2 ກະຊວງກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາ ເຫັນໃສ່ແຜນ
ການຈັດວາງ ກຳລັງປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ ຕະຫຼອດໄລຍະເສັ້ນທາງ ໃນສະເພາະໜ້າ ແລະ ຍາວນານ.

     ໂອກາດດັ່ງກ່າວ, ສະຫາຍປະທານ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບປ້ອງກັນ ຈົ່ງພ້ອມກັນ ເອົາໃຈໃສ່ເປັນເຈົ້າການ ແລະ ຈັດວາງກຳລັງ ເຂົ້າໃສ່ແຕ່
ລະຈຸດປ້ອງກັນ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດເຂັ້ມງວດ ເພື່ອຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຮັດໃຫ້ມີຜົນສໍາເລັດ
ຕາມຄາດໝາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/11/2021