ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຫົວໜ້າຫ້ອງວ່າການ ແລະ ຫົວໜ້າການເມືອງທະຫານນະຄອນຫຼວງ


     ກະຊວງປ້ອງກັນປະເທດ ໄດ້ປະກາດການແຕ່ງຕັ້ງຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ຫົວໜ້າ ການເມືອງ ກອງບັນຊາການທະຫານ
ນະຄອນຫຼວງວຽງຈັນ ໃນວັນທີ 26 ພະຈິກ 2021 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຄະນະນຳກະຊວງ, ບັນດາ ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ,
ອົງການ, ຫ້ອງການ ແລະ ກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຄະນະພັກກະຊວງ ປ້ອງກັນປະເທດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກ
ລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງກອງບັນຊາການທະຫານ ນະຄອນ
ຫຼວງວຽງຈັນ ແລະ ວ່າດ້ວຍການຍົກຍ້າຍ ນາຍທະຫານ ໄປຮັບໜ້າທີ່ໃໝ່ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ເປັນຫົວໜ້າ
ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ເປັນຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ
ແລະ ຍົກຍ້າຍ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ (ຄົນເກົ່າ) ໄປຮັບ ໜ້າທີ່ໃໝ່
ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.

     ໃນໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່່ ພ້ອມທັງເນັ້ນໜັກໃຫ້ຍົກສູງ ຄວາມຮັບຜິດຊອບ
ໜ້າທີ່ການເມືອງຂອງຕົນ ໃນການຊີ້ນຳ-ນຳພາ ຂົງເຂດວຽກງານຕາມພາລະ ບົດບາດຂອງກົມກອງ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກ, ການກໍ່ສ້າງ
ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ ແໜ້ນ
ໜາ, ສືບຕໍ່ປັບປຸງກໍ່ສ້າງ ກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ ກ້າວໄປສູ່ການປັບປຸງບູລະນະກົງຈັກການຈັດຕັ້ງພາຍໃນໃຫ້ຖືກຕ້ອງສອດ
ຄ່ອງກັບໜ້າທີ່ວິຊາສະເພາະຕົວຈິງ ຂອງກົມກອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/11/2021