ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກວດສອບແຫ່ງລັດ​ເຂົ້າອວຍພອນ ລັດຖະມົນຕີກະຊວງປ້ອງກັນປະເທດ


     ວັນທີ 27 ທັນວາ ນີ້, ທ່ານ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ
ກະຕ່າຂອງຂວັນເຂົ້າອວຍພອນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະນະ ເນື່ອງ
ໃນໂອກາດສົ່ງທ້າຍປີເກົ່າ ຄສ 2019 ແລະ ຕ້ອນຮັບປີໃໝ່ ຄສ 2020 ຈະມາເຖິງໃນມໍ່ໆນີ້.

     ການເຂົ້າອວຍພອນຂອງ ຄະນະກວດສອບແຫ່ງລັດ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີ ໃໝ່ສາກົນ ກໍຍ້ອນເຫັນໄດ້ພາລະບົດບາດ, ຄວາມສຳຄັນ ແລະ
ຜົນງານອັນໃຫຍ່ຫຼວງທີ່ ກອງທັບປະຊາຊົນລາວ ຍາດມາໄດ້ໃນໄລຍະຜ່ານມາທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາໃນພາລະກິດປະຕິວັດ ກໍຄືປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ ພ້ອມທັງໄດ້ກ່າວອວຍພອນອັນປະເສີດໃຫ້ແກ່ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ຄະນະນຳກະຊວງປ້ອງກັນປະເທດ, ຕະຫຼອດພະນັກ
ງານ-ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ແຕ່ລະບ່ອນປະຈຳການ ຈົ່ງມີສຸຂະພະລະນາໄມສົມບູນແຂງແຮງຕະຫຼອດປີໃໝ່ ແລະ ສືບຕໍ່ພັດທະນາປົກປັກ ຮັກສາປະເທດຊາດ ໃຫ້
ມີຄວາມເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.

     ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນນາມຕາງໜ້າ ຄະນະນຳກະຊວງ ກໍໄດ້ກ່າວອວຍພອນໃຫ້ ປະທານ
ກວດສອບແຫ່ງລັດ ພ້ອມດ້ວຍຄະນະຈົ່ງມີຄວາມຜາສຸກ, ມີຜົນສຳເລັດໃນໜ້າທີ່ການງານ ແລະ ມີສຸຂະພາບແຂງແຮງໃນຕະຫຼອດປີໃໝ່ເຊັ່ນກັນ.