ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລົງ​ກວດກາ​ໂຄ​ງການ​ກໍ່ສ້າງ​
ຈຳລອງ​ຄຸກ​ກັກ​ຂັງ​ຜູ້​ນຳ​ແນວ​ລາວ​ຮັກ​ຊາດ ທີ່​ໂພນ​ເຄັງ


     ວັນທີ 29 ມັງກອນ 2020 ນີ້, ຄະນະຮັບຜິດຊອບ ໂຄງການກໍ່ສ້າງຈຳລອງຄຸກກັກຂັງຜູ້ນຳແນວລາວຮັກຊາດ ລົງພື້ນທີ່ເພື່ອກວດສອບຜົນສຳເລັດໂຄງການກໍ່ສ້າງດັ່ງ
ກ່າວ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ມີ ທ່ານ ບົວສີ
ຈະເລີນສຸກ ພ້ອມດ້ວຍ ຫົວໜ້າ ກົມວິທະຍາສາດ- ປະຫວັດສາດການທະຫານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ການລົງກວດກາຜົນສຳເລັດຄັ້ງນີ້ ສະຫາຍ ພົນ​ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ແນະນຳເຈົ້າຂອງໂຄງການ ແລະ ບໍລິສັດຮັບ
ເໝົາກໍ່ສ້າງຕ້ອງປັບປຸງແກ້ໄຂດ້ານເນື້ອໃນທີ່ຍັງບໍ່ຄົບຖ້ວນ, ໃຫ້ເພີ່ມການຕົບແຕ່ງເສີມສ້າງສະຖານທີ່ໃຫ້ອຸດົມສົມບູນຄົບວົງຈອນ, ເພື່ອໃຫ້ຄົບຖ້ວນຕາມແຜນຜັງເກົ່າ,
ເພີ່ມວັດຖຸພັນ, ສິ່ງຂອງ ເຄື່ອງໃຊ້ຕ່າງໆ ທີ່ທ່ານຜູ້ນຳເຄີຍໃຊ້ໃນສະໄໝນັ້ນ ພ້ອມທັງປະດັບປະດາພາຍນອກໃຫ້ເໝາະສົມຕາມສົມຄວນເພື່ອໃຫ້ທັນກັບເວລາທີ່ກຳນົດໄວ້.

     ໂອກາດນີ້ ທ່ານ ສົມພັດ ສຸພັດທອນ ຜູ້ອຳນວຍການ ບໍລິສັດສຸພັດທອນທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ໄດ້ກ່າວວ່າໂຄງການດັ່ງກ່າວມາຮອດປັດຈຸບັນມີ
ການກໍ່ສ້າງແຕ່ລະໜ້າວຽກແມ່ນສຳເລັດ 100% ລວມມູນຄ່າ 8.499 ລ້ານກວ່າກີບ ເຊິ່ງຈະໄດ້ຈັດພິທີມອບ-ຮັບຂຶ້ນໃນມໍ່ໆນີ້.