ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ເຊື່ອມຊຶມນິຕິກຳຕ່າງໆກ່ຽວກັບການຄຸ້ມຄອງກຳລັງພົນ

     ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງທັບ ແລະຂໍ້ກຳນົດຕ່າງໆ ວ່າດ້ວຍວຽກງານ
ຄຸ້ມຄອງກຳລັງພົນ, ນາຍສິບ ແລະພົນທະຫານໃນກອງທັບປະຊາຊົນລາວ ໃນວັນທີ 29 ມີນາ 2017, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວັນ
ທອງ ກອງມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີຕົວແທນຄະນະພັກ, ຄະນະບັນຊາ ແລະພະ
ນັກງານທີ່ເຮັດວຽກງານກຳລັງພົນຈາກບັນດາກົມນ້ອຍ, ຫ້ອງການ ແລະກອງຮາກຖານທີ່ຂຶ້ນກັບກົມໃຫຍ່ການເມືອງເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານເຊື່ອມຊຶມນິຕິກຳຕ່າງໆກ່ຽວກັບການຄຸ້ມຄອງກຳລັງພົນ

     ພັນເອກ ອີນກອງ ວຽງດາວົງ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ກ່າວວ່າໃນການເຜີຍ ແຜ່ເຊື່ອມຊຶມບັນດານິຕິກຳທີ່ກ່ຽວຂ້ອງກັບ
ກອງທັບໃນຄັ້ງນີ້ ກໍເພື່ອເຮັດໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ແລະພະນັກງານທີ່ຮັບຜິດຊອບວຽກງານກຳລັງພົນທົ່ວກົມໃຫຍ່ການເມືອງກອງທັບ
ກຳໄດ້ແໜ້ນເນື້ອໃນຈິດໃຈຂອງແຕ່ລະພາກສ່ວນ ແລະທິດນຳຂອງຄະນະພັກຂັ້ນເທິງຢ່າງເລິກເຊິ່ງເປັນພື້ນຖານບ່ອນອີງແກ່ການນຳໄປຈັດຕັ້ງປະຕິບັດໃຫ້
ຖືກຕ້ອງຄົບຖ້ວນ, ສ້າງໃຫ້ໄດ້ຄວາມເປັນເອກະພາບໃນທົ່ວກອງທັບ ໂດຍສະເພາະແມ່ນດ້ານທີ່ຕັ້ງພາລະບົດບາດ, ໜ້າທີ່ຂອບເຂດສິດ ແລະແບບແຜນ
ວິທີເຮັດວຽກຂອງຄະນະກວດກາຄຸ້ມຄອງກຳລັງພົນເຮັດໃຫ້ການແກ້ໄຂວຽກງານກຳລັງພົນມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່
ວຽກງານຕົວຈິງຂອງກົມກອງ.

     ເພື່ອສືບຕໍ່ເພີ່ມທະວີການຄຸ້ມຄອງກຳລັງພົນຕາມລະບຽບການຂອງນາຍສິບ ແລະພົນທະຫານ ການກວດກາການປະຕິບັດໜ້າທີ່ວຽກງານຢ່າງເຂັ້ມ
ງວດຕາມທີ່ຕັ້ງພາລະບົດບາດໜ້າທີ່, ສິດ ແລະແບບແຜນວິທີເຮັດວຽກຂອງການຄຸ້ມຄອງກຳລັງພົນກອງທັບປະຊາຊົນລາວ.