ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານ ພະລາທິການ-ການເງິນທົ່ວອົງການ
ກົມໃຫຍ່ເສນາທິການກອງທັບປະຈຳປີ 2020


ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການ ຄະນະປະຈຳພັກກະຊວງປ້ອງກັນປະເທດຮັກສາການຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານ ພະລາທິການ-ການເງິນທົ່ວອົງການ ກົມໃຫຍ່ເສນາທິການ ກອງທັບປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2021
ນີ້, ທີ່ສະໂມສອນ ກສນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະປະຈຳພັກ ກະ ຊວງປ້ອງກັນປະເທດ ຮັກສາ
ການຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ພະແນກການ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ສີສະຫງວນ ອຸດົມ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບ ວຽກງານພະລາທິການທົ່ວ
ກົມໃຫຍ່ເສນາທິການ ປະຈຳປີ 2020 ໂດຍໄດ້ຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຂອງການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ໃນໄລ
ຍະ 1 ປີ ຜ່ານມາວ່າ: ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ເອົາໃຈໃສ່ເຊື່ອມຊຶມກຳແໜ້ນທັດສະນະທີ່ວ່າ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງ. ໃນນີ້ ແຕ່ລະກົມກອງ ໄດ້ສຸມໃສ່ ຂຸດຄົ້ນ ແລະ ເສີມຂະຫຍາຍ ຕາມທ່າແຮງບົ່ມຊ້ອນ ຂອງກົມກອງ ໃນການປຸກລະດົມກຳລັງເເຮງສັງ
ລວມເຂົ້າໃນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າຢ່າງຕັ້ງໜ້າ. ພ້ອມນີ້ຍັງໄດ້ເສີມຂະຫຍາຍນ້ຳໃຈປະຢັດມັດທະຍັດອົດທົນ
ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແລະ ຮູ້ພົວພັນຍາດເເຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ຈາກບັນ ດາອົງການຈັດຕັ້ງຂອງລັດກົມ ກອງເພື່ອນ, ນັກທຸ
ລະກິດ, ນັກລົງທຶນ ແລະ ອຳນາດການປົກຄອງທ້ອງຖິ່ນຢູ່ຂອບເຂດກົມກອງຕັ້ງທັບ. ໃນນີ້ ຮັບປະກັນໄດ້ການເບີກຈ່າຍຕາມລະບົບອັດຕາອຸປະໂພກ, ນ້ຳ
ມັນເຊື້ອໄຟ ແລະ ການຜະລິດສະບຽງ ອາຫານ ໂດຍສະເລ່ຍກົມກອງໃຫ້ໄດ້ຊີ້ນ 35% ແລະ ຜັກ 70% ຂຶ້ນໄປ. ໃນນີ້ທົ່ວອົງການກົມໃຫ່ຍເສນາທິການມີ
ງົວ 225 ໂຕ, ແບ້ 145 ໂຕ,ໝູ 372 ໂຕ, ສັດປີກ 16.041 ໂຕ, ມີໜອງປາ 48 ໜອງປ່ອຍ ປາເເລ້ວ 132.270 ໂຕ, ເຮັດນາເກັບກູ້ເຂົ້າໄດ້ 1.676
ໂຕນ ແລະ ປູກໄມ້ອຸດສາຫະກຳ 10,6 ເຮັດຕາ ແລະ ໄມ້ກິນໝາກ 15 ເຮັກຕາ. ສຳລັບວຽກງານກໍ່ສ້າງ-ສ້ອມແປງຄຸ້ມຄອງຊັບສິນໄດ້ກໍ່ສ້າງຫ້ອງການຕຶກ
3 ຊັ້ນ 6 ກົມ, ໂຄງການກໍ່ສ້າງປ້ຳນ້ຳມັນເຊື້ອໄຟຢູ່ບ້ານໜອງວຽງຄຳ, ສືບຕໍ່ປະຕິບັດໂຄງການກໍ່ສ້າງສາງອຸປະໂພກ ກົມໃຫຍ່ເສນາທິການຢູ່ໂພນເຄັງສຳເລັດ
65%, ກົມກອງໄດ້ຈັດຕັ້ງປະຕິບັດ 2 ໂຄງການ, ຍົກລະດັບສະໜາມກີລາຫຼັກ 5 ສຳເລັດ 100%, ໂຄງການກໍ່ສ້າງຫ້ອງການກອງສ້ອມແປງ 704 ສຳເລັດ
50% ແລະ ບັນດາກົມກອງຈຳນວນໜຶ່ງສາມາດກຸ້ມຕົນເອງໃນການກໍ່ສ້າງ, ສ້ອມແປງຄ້າຍຄູຂອງຕົນມີສາງມ້ຽນເຄື່ອງ, ເຮືອນນອນ, ຫໍຂ່າວ, ຫ້ອງນ້ຳ, ປະ
ຕູໂຂງ, ປ້ອມຍາມ, ໂຄງຫຼັງຄາ ແລະ ອື່ນໆອີກຈຳນວນໜຶ່ງຕື່ມອີກ.

     ໂອກາດນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານທີ່ເຮັດວຽກງານກ່ຽວກັບພະ
ລາທິການ-ການເງິນ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບພິຊອບຂອງຕົນເຂົ້າໃນໜ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ຮັບປະກັນໃຫ້ແກ່ຊີວິດການເປັນຢູ່ຂອງພະນັກ
ງານ-ນັກຮົບໃຫ້ໄດ້ກິນເຂົ້າມື້ໜຶ່ງສາມຄາບ, ພ້ອມກັນສຸມໃສ່ທ່າແຮງບົ່ມຊ້ອນຂອງກົມກອງ ເຂົ້າໃນການເພີ່ມພູນຜະລິດຜົນຕາມທິດນຳເພິ່ງຕົນເອງ, ກຸ້ມ
ຕົນເອງ ແລະ ສ້າງ ຄວາມເຂັ້ມເເຂງດ້ວຍຕົນເອງໃຫ້ປາກົດຜົນເປັນຈິງ.

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຍັງໄດ້ເນັ້ນໜັກຕື່ມວ່າ: ເພື່ອຮັບປະກັນໃຫ້ເເກ່ວຽກງານພະລາທິການ-ການເງິນ ຄະນະພັກ-ຄະນະບັນຊາທຸກ
ຂັ້ນຕ້ອງເປັນເຈົ້າການໃນການຊີ້ນຳ-ນຳພາ ແລະ ມອບໝາຍຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຢ່າງມີແຜນການອັນລະອຽດເຂົ້າໃນ ການຈັດຕັ້ງປະຕິບັດ
ແລະ ມີຜົນສຳເລັດ, ຮັບປະກັນໄດ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃນການລ້ຽງດູທັບໃຫ້ປາກົດຜົນເປັນຈິງ.