ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 661 ສຳເລັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

     ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກກອງພັນໃຫ່ຍ 661 ໄດ້ດຳເນີນມາແຕ່ວັນທີ 18 ເມສາ ມາເຖິງ 26 ພຶດສະພາ 2017 ແມ່ນ
ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງ
ຫົວໜ້າກົມໃຫ່ຍເສນາທິການກອງທັບ, ມີບັນດາຄະນະພັກແຕ່ລະຂັ້ນ ຕະຫຼອດຮອດພະນັກງານຫຼັກແຫຼ່ງໃນກົມກອງເຂົ້າຮ່ວມ.


ທາບທາມຢັ່ງຫາງສຽງຄວາມໄວ້ເນື້ອເຊື່ອໃຈໃນຄະນະພັກ

     ກອງປະຊຸມດັ່ງກ່າວໄດ້ດຳເນີນມາເປັນເວລາ 7 ວັນດ້ວຍຄວາມຮັບຜິດຊອບສູງຂອງບັນດາສະຫາຍພະນັກງານສະມາຊິກພັກຫຼັກແຫຼ່ງ ຜ່ານການຄົ້ນ
ຄວ້າເຊື່ອມຊຶມບັນດາເອກະສານທີ່ສຳຄັນ ແລະ ການປະກອບຄຳຄິດເຫັນ, ການສຳຫຼວດກວດກາຂອງແຕ່ລະສະຫາຍແມ່ນໄດ້ດຳເນີນໄປດ້ວຍບັນຍາກາດ
ທີ່ຟົດຟື້ນ ແລະ ມີຊີວິດຊີວາສ້າງໄດ້ເຮັດໃຫ້ພວກເຮົາມີຄວາມເປັນເອກະພາບກັນຢ່າງສູງ ຕໍ່ແນວທາງນະໂຍບາຍຂອງພັກບັນຫາທີ່ເປັນສິ່ງທ້າທາຍສຳລັບ
ພັກ, ປະເທດຊາດ ກໍຄືກຳລັງປະກອບອາວຸດຂອງພວກເຮົາ ພ້ອມທັງຍົກໃຫ້ເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງສາເຫດຕົ້ນຕໍຕ່າງໆທີ່ພ້ອມກັນແກ້ໄຂ ເຊິ່ງບັນ
ດາຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານສະມາຊິກພັກພາຍໃນກົມກອງຕ້ອງພ້ອມກັນຫັນເອົາເນຶ້ອໃນຈິດໃຈກອງປະຊຸມດັ່ງກ່າວເຂົ້າໃນການ
ຈັດຕັ້ງປະຕິບັດຕົວຈິງໃຫ້ແທດເໝາະ ແລະ ສົມເຫດສົມຜົນກວ່າເກົ່າ. ໃນກອງປະຊຸມຍັງໄດ້ມີການຈັດຕັ້ງປ່ອນບັດທາບທາມລົງຄະແນນສຽງຄວາມເຊື່ອ
ໝັ້ນໄວ້ວາງໃຈຂອງບຸກຄົນຕໍ່ຄະນະພັກກະຊວງປ້ອງກັນປະເທດ ແລະ ຕໍ່ຄະນະພັກ-ຄະນະບັນຊາກົມກອງຂອງຕົນ.

     ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານສະມາຊິກພັກ ຈົ່ງພ້ອມກັນສືບຕໍ່
ຄົ້ນຄວ້າປຶກສາຫາລືວິເຄາະ, ໄຈ້ແຍກ, ກຳແໜ້ນຈຸດພິເສດຂອງກົມກອງບັນດາຂະແໜງການເຫຼົ່າຮົບຂອງຕົນ ເພື່ອເປັນການກໍ່ສ້າງບຸກທະລຸທາງດ້ານຈິນ
ຕະນາການຂອງສະມາຊິກພັກ, ພະນັກງານໃຫ້ມີການຫັນປ່ຽນຕົວຈິງອັນໃໝ່ທີ່ຕັ້ງໜ້າ, ເສີມຂະຫຍາຍມູນເຊື້ອດ້ານດີຂອງພັກເຮົາໃນໄລຍະຜ່ານມາ ແລະ
ແກ້ໄຂຈຸດອ່ອນຂໍ້ບົກຜ່ອງ ທັງແມ່ນການກຳນົດບົດບາດກ້າວເດີນທີ່ເປັນບາດລ້ຽວທີ່ສຳຄັນແຫ່ງການສືບຕໍ່ແນວທາງປ່ຽນແປງໃໝ່, ເພື່ອນຳພາທົ່ວພັກ
ແລະ ທົ່ວປວງຊົນລາວບັນດາເຜົ່າຫຼຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.